ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານສ້າງຂະບວນການເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານສ້າງຂະບວນການເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

        ເນື່ອງໃນໂອກາດວັນທີ 1 ມິຖຸນາ ແມ່ນວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງທຸກອົງການຈັດຕັ້ງຂອງພັກ-ລັດ ແລະ  ປະຊາຊົນບັນດາເຜົ່າທົ່ວປະເທດ ໄດ້ພ້ອມກັນສ້າງຂະບວນການປູກຕົ້ນໄມ້ຢ່າງຟົດຟື້ນ ແລະ ເບີກບານມ່ວນຊື່ນ ເພື່ອຄວາມຮົ່ມເຢັນ ແລະ ຮັກສາໄດ້ຄວາມອຸດົມສົມບູນຂອງທໍາມະຊາດ. ໃນວັນທີ 31 ພຶດສະພາ 2016 ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ສ້າງຂະບວນການປູກຕົ້ນໄມ້ ຊຶ່ງຕົ້ນໄມ້ທີ່ນໍາມາປູກ ແມ່ນຕົ້ນຝາງແດງ ຊຶ່ງໄດ້ຮັບຈາກ ທ່ານ ສຈ ເກດ ກຽດຕິສັກ ຮອງລັດ ຖະມົນຕີ ກະຊວງຍຸຕິທໍາ ຈໍານວນ 25 ຕົ້ນ.

Subscribe to RSS - ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານສ້າງຂະບວນການເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ