ການແຂ່ງຂັນກິລາມິດຕະພາບ
Submitted by author06 on
ວັນທີ 17 ກຸມພາ 2017 ທີ່ເດີ່ນເຕະບານສູນການຄ້າລາວໄອເຕັກ, ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ສ້າງຂະບວນການບານເຕະມິດຕະພາບ ກັບກົມສົ່ງເສີມລະບົບຍຸຕິທຳ. ຈຸດປະສົງ ເພື່ອເປັນການຮັດ ແໜ້ນຄວາມສາມັກຄີພາຍໃນ ລະຫວ່າງ ສອງກົມ.
ນໍາພາການແຂ່ງຂັນໃນຄັ້ງນີ້ ແມ່ນ ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ, ຝ່າຍກົມສົ່ງເສີມລະບົບຍຸຕິທຳ ນໍາພາໂດຍ ທ່ານ ປອ. ຈອມຄຳ ບຸບຜາລີວັນ ພ້ອມດ້ວຍບັນດາຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ອ້າຍ, ເອື້ອຍ, ນ້ອງ ທັງສອງ ຝ່າຍເຂົ້າຮ່ວມຢ່າງເປັນຂະບວນ.