ການສ້າງຂະບວນການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ໂຮງພິມໜຸ່ມລາວ

ການສ້າງຂະບວນການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ໂຮງພິມໜຸ່ມລາວ

     ເພື່ອເປັນການສ້າງຂະບວນການ ສົ່ງທ້າຍປີເກົ່າ ຄສ 2017 ແລະ ຕ້ອນຮັບປີໃໝ່ ຄສ 2018 ແລະ ເປັນການສ້າງຄວາມສາມັກຄີມິດຕະພາບ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ກັບໂຮງພິມໜຸ່ມລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງ ຂຶ້ນ. ໃນຕອນແລງຂອງວັນທີ 22 ທັນວາ 2017 ທີ່ຜ່ານມາ ທັງສອງພາກສ່ວນ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະຮ່ວມກັນ ທີ່ເດີ່ນກິລາກະເເລ. ໂດຍການນຳພາຂອງທ່ານ ນ. ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານ ໄພບູນ ລິດທິສັກ ຮອງອຳນວຍການໂຮງພິມໜຸ່ມລາວ , ມີບັນດາພະນັກງານຂອງສອງພາກສ່ວນເຂົ້າຮ່ວມ.

Subscribe to RSS - ການສ້າງຂະບວນການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ໂຮງພິມໜຸ່ມລາວ