ກະຊວງຍຸຕິທໍາ ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 62 ປີ

ກະຊວງຍຸຕິທໍາ ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 62 ປີ

     ເພື່ອເຮັດໃຫ້ສະມາຊິກກຳມະບານ ກໍຄື ພະນັກງານ-ລັດຖະກອນ ຂອງກະຊວງຍຸຕິທຳ ມີຄວາມຮັບຮູ້, ເຂົ້າໃຈ, ເຫັນໄດ້ມູນເຊື້ອອັນດີງາມ ແລະ ຜົນງານການປະກອບສ່ວນໃນພາລະກິດປະຕິວັດຂອງອົງການຈັດຕັ້ງກຳມະບານລາວ. ກະຊວງຍຸຕິທໍາໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 62 ປີ ວັນທີ 1 ກຸມພາ 1956 - 1 ກຸມພາ 2018 ຂຶ້ນໃນຕອນເຊົ້າຂອງວັນທີ 2 ກຸມພາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ. ພາຍໃຕ້ການເປັນປະທານຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະພັກ-ຄະນະນຳ, ຄະນະໜ່ວຍພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ສະມາຊິກກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.

Subscribe to RSS - ກະຊວງຍຸຕິທໍາ ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 62 ປີ