ກອງປະຊຸມ ປັບປຸງເນື້ອໃນຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ

ກອງປະຊຸມ ປັບປຸງເນື້ອໃນຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ທີ່ ລີສອດນາປ່າກວາງ ແຂວງ ວຽງຈັນ

ໃນວັນທີ 23-24 ພຶດສະພາ 2019 ຢູ່ທີ່ ລີສອດນາປ່າກວາງ ແຂວງ ວຽງຈັນ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ປັບປຸງຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ເຂົ້າຮ່ວມມີຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂຄງການແຜນງານການມີສ່ວນຮ່ວມຂອງປະຊາຊົນໃນວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA) ພ້ອມດ້ວຍຄະນະຮັບຜິດຊອບ ຮ່າງດຳລັດ ທັງໝົດ ຈຳນວນ 27 ທ່ານ, ຍິງ 8 ທ່ານ.

Subscribe to RSS - ກອງປະຊຸມ ປັບປຸງເນື້ອໃນຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ