ກອງປະຊຸມປືກສາຫາລືກ່ຽວກັບການສ້າງກົດໝາຍ

ກອງປະຊຸມປືກສາຫາລືກ່ຽວກັບການສ້າງກົດໝາຍວ່າດ້ວຍ ການຮ່ວມມືຊ່ວຍເຫຼືອທາງດ້ານອາຍາ

ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2019 ຢູ່ທີ່ສະໂມສອນ ກະຊວງຍຸຕິທໍາ ກົມກົດໝາຍໄດ້ເປີດກອງປະຊຸມປືກສາຫາລືກ່ຽວກັບການສ້າງກົດໝາຍວ່າດ້ວຍ ການຮ່ວມມືຊ່ວຍເຫຼືອທາງດ້ານອາຍາຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງປະທານກໍາມະທິການກົດໝາຍສະພາແຫ່ງຊາດ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນເຂົ້າຮວມທັງໝົດຈໍານວນ17ທ່ານ, ຍິງ4ທ່ານ. 

Subscribe to RSS - ກອງປະຊຸມປືກສາຫາລືກ່ຽວກັບການສ້າງກົດໝາຍ