ກອງປະຊຸມປຶກສາຫາລືກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ

ກອງປະຊຸມປຶກສາຫາລືກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ

ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມປືກສາຫາລື ກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດຂຶ້ນ ໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2018 ຊຶ່ງກອງປະຊຸມຈະດໍາເນີນເປັນເວລາ ສອງວັນ  ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ແລະ ທ່ານ ນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ວິຊາການກົດໝາຍ ຂອງສອງກະຊວງເຂົ້າຮ່ວມ ຈໍານວນ 16 ທ່ານ, ຍິງ 3 ທ່ານ. 

Subscribe to RSS - ກອງປະຊຸມປຶກສາຫາລືກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ