ກອງປະຊຸມທາບທາມປະກອບຄຳເຫັນໃສ່ (ຮ່າງ)ກົດໝາຍວ່າດ້ວຍຄົນພິການຢູ່ ແຂວງບໍລິຄໍາໄຊ

ກອງປະຊຸມທາບທາມປະກອບຄຳເຫັນໃສ່ (ຮ່າງ)ກົດໝາຍວ່າດ້ວຍຄົນພິການຢູ່ ແຂວງບໍລິຄໍາໄຊ

     ໃນຕອນເຊົ້າຂອງວັນທີ 03 ພຶດສະພາ 2018 ຢູ່ທີ່ ຫ້ອງປະຊຸມພະແນກແຜນການ ແລະ ການລົງທືນ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມທາບທາມຄຳຄິດຄຳເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ຄົນພິການ ຂື້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳປິງ  ແສງຕານນະລາດ ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ. ດວງຕາ ມໍຣະຄາສຸກ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ບໍລິຄຳໄຊ, ມີບັນດາຫົວໜ້າ, ຮອງພະແນກແຮງງານ ແລະ ສະຫັວດດີການສັງຄົມ 05 ແຂວງ ເຂົ້າຮ່ວມຄື: ແຂວງ ຫົວພັນ, ຊຽງຂວາງ, ໄຊສົມບູນ, ຄໍາມ່ວນ ແລະ ບໍລິຄຳໄຊ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

Subscribe to RSS - ກອງປະຊຸມທາບທາມປະກອບຄຳເຫັນໃສ່ (ຮ່າງ)ກົດໝາຍວ່າດ້ວຍຄົນພິການຢູ່ ແຂວງບໍລິຄໍາໄຊ