Submitted by Phengta PHK on
ກອງປະຊຸມປະເມີນວຽກງານໄອທີ ປະຈໍາປີ 2024
ໃນວັນທີ 29 ພຶດສະພາ 2024 ຫ້ອງການ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມປະເມີນວຽກງານໄອທີ ປະຈໍາປີ 2024 ຂຶ້ນ, ທີ່ຫ້ອງປະຊຸມຂອງກະຊວງ ໂດຍການເປັນປະທານ ຂອງທ່ານ ຄໍາພູ ທິລະກຸນ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າຄະນະຫັນເປັນດິຈິຕອນ ຂະແໜງຍຸຕິທໍາ ມີຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ 47 ຄົນ.
ໃນກອງປະຊຸມ ທ່ານ ຄໍາອ້ວນ ປະເສີດສັກ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ນໍາສະເໜີພາບລວມ ວຽກງານໄອທີໃນໄລຍະຜ່ານມາ ແລະ ແນະນໍາການປະກອບຂໍ້ມູນໃສ່ຟອມແບບສອບຖາມ ເຊິ່ງບັນດາຜູ້ເຂົ້າ ຮ່ວມກໍໄດ້ເອົາໃຈໃສ່ຄົ້ນຄວ້າຕອບແບບສອບຖາມ ພ້ອມທັງປຶກສາຫາລື ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ຂໍ້ມູນຄົບຖ້ວນສົມບູນ ແລະ ນໍາໄປປະກອບເຂົ້າໃນການສ້າງແຜນພັດທະນາຂະແໜງຍຸຕິທໍາ ແນ່ໃສ່ການຫັນເປັນທັນສະໄໝ ຂອງຂະແໜງການຍຸຕິທໍາ.
ຂ່າວ-ພາບ: ກະຊວງຍຸຕິທໍາ