Submitted by wickyboubphalyvanh on
ໃນວັນທີ 7 ພຶດສະພາ 2018 ຜ່ານມານີ້,ຢູ່ທີຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ອຸດົມໄຊ, ຄະນະນຳຂອງກະຊວງຍຸຕິທໍາໄດ້ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບພະແນກຍຸຕິທຳແຂວງ ອຸດົມໄຊ ຊຶ່ງນຳພາໂດຍ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທໍາ ໂດຍການຕ້ອນຮັບຂອງທ່ານ ຄຳແສນ ຊາວມົ້ງວື ຫົວໜ້າ ພະແນກຍຸຕິທໍາແຂວງ ອຸດົມໄຊ, ມີຜູ້ຕາງໜ້າຈາກບັນດາກົມທີ່ກຽ່ວຂ້ອງຂອງກະຊວງຍຸຕິທຳ ຕະຫຼອດຮອດພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຄຳແສນ ຊາວມົ້ງວື ເລຂາຄະນະພັກຮາກຖານ ຫົວໜ້າພະແນກຍຸຕິທຳແຂວງ ອຸດົມໄຊ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃນໄລຍະຜ່ານມາ ພ້ອມທັງຍົກໃຫ້ເຫັນດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງ ຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ, ພ້ອມດຽວກັນນີ້ ຜູ້ຕາງໜ້າກົມທະບຽນສານ, ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ກົມສົ່ງເສີມລະບົບຍຸຕິທຳ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງກະຊວງຍຸຕິທໍາ ກໍໄດ້ຂຶ້ນອະທິບາຍຊີ້ແຈງ, ແກ້ຂໍ້ຂ້ອງໃຈບາງບັນຫາ, ວິທີການ, ມາດຕະການທີ່ເໝາະສົມຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ແກ່ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ອຸດົມໄຊ ເພື່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໄດ້ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສົບຜົນສຳເລັດຕາມແຜນການທີ່ວາງໄວ້.
ຕອນທ້າຍທິພີ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກບາງບັນຫາ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການເຄື່ອນໄຫວວຽກງານຍຸຕິທຳຮາກຖານໃນໄລຍະຜ່ານມາຂອງຄະນະພັກ-ຄະນະນຳແລະ ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງອຸດົມໄຊ ພ້ອມນັ້ນ ທ່ານຍັງເນັ້ນໃຫ້ຄະນະພັກ ແລະ ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ຕ້ອງໄດ້ເພີ່ມທະວີຄວາມສາມັກຄີທັງພາຍໃນ ແລະ ພາຍນອກ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ມີຄວາມໜັກແໜ້ນຕໍ່ເນື່ອງ ແລະ ຖືເປັນບັນຫາສຳຄັນ, ໂຄສະນາເຜີຍແຜ່ບັນດານິຕິກຳ ກົດໝາຍ ແລະ ລະບຽບການຕ່າງໆໃຫ້ຕໍ່ເນື່ອງ, ກວ້າງຂວາງ ແລະ ທົ່ວເຖິງ, ສືບຕໍ່ປັບປຸງແບບແຜນວິທີການນຳພາ-ເຮັດວຽກໃຫ້ມີບາດກ້າວໃໝ່ ແລະ ທັນສະໄໝ ຕິດພັນກັບການບຳລຸງກໍ່ສ້າງພະນັກງານສືບທອດປຽ່ນແທນ, ພະນັກງານວິຊາການທີ່ມີຄວາມຊຳນານງານ, ສາມາດຕອບສະໜອງ ແລະ ບໍລິການດ້ານກົດໝາຍ ຕາມທິດສາມສ້າງທີ່ພັກ-ລັດວາງອອກໃຫ້ປະກົດຜົນເປັນຈິງ.
ຂ່າວ ພະແນກຍຸຕິທຳແຂວງອຸດົມໄຊ
ປັບປຸງ ອ່ອນຄຳ ໄຊຍະວົງ