ໜ່ວຍກຳມະບານ ພະແນກຍຸຕິທຳແຂວງ ໄຊສົມບູນ ເປີດກອງປະຊຸມໃຫຍ່ ຄັ້ງທີ I

ກອງປະຊຸມໃຫຍ່ ໜ່ວຍກຳມະບານພະແນກຍຸຕິທຳແຂວງ ໄຊສົມບູນ ຄັ້ງທີ I ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ກັນຍາ 2019 ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ກົວຢ່າງ ກຣາຈັ້ງ ຮອງປະທານສະຫະພັນກຳມະບານ ແຂວງ, ມີສະຫາຍ ອຸດອນ ສິງດາລາ ເລຂາໜ່ວຍພັກ, ພະແນກຍຸຕິທຳແຂວງ ແລະ ສະຫາຍ ເຢີຊົ່ງ ໄຊຊາ ປະທານສະຫະພັນກຳມະບານ ພະແນກຍຸຕິທຳແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກກຳມະບານພາຍໃນພະແນກເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ເຢີຊົ່ງ ໄຊຊາ, ປະທານສະຫະພັນກຳມະບານ ພະແນກຍຸຕິທຳ ແຂວງ ກໍໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມ ການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີວຽກງານ ໃນໄລຍະ 5 ປີ ຜ່ານມາ ໃນບົດລາຍງານການເມືອງໄດ້ຍົກໃຫ້ເຫັນເຖິງວຽກງານທີພົ້ນເດັ່ນ ເປັນຕົ້ນ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນເປັນປົກກະຕິ ເຮັດໃຫ້ສະມາຊິກ ມີຄວາມອຸ່ນອ່ຽນ ທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ມີນໍ້າໃຈຮັກຊາດ ມີຄວາມສາມັກຄີຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ໄປຄຽງຄູ່ກັບຂະບວນການແຂ່ງຂັນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານລາວວາງອອກ. ນອກຈາກນີ້ ຍັງໄດ້ກໍ່ສ້າງ ຂະຫຍາຍສະມາຊິກກຳມະບານ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວ. ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍກຳມະບານຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ຜົນຂອງການປ່ອນບັດ ສາມາດເລືອກໄດ້ ສະຫາຍ ເຢີຊົ່ງ ໄຊຊາ ເປັນປະທານກຳມະບານຊຸດໃໝ່, ສະຫາຍ ສຸກສະຫວັນ ສີໂສພາ ເປັນຮອງ ແລະ ສະຫາຍ ວິໄຊ ດວງພະຈັນ ເປັນຮອງ ແລະ ທັງເປັນປະທານກວດກາ.
ໃນໂອກາດທີມີຄວາມໝາຍ ຄວາມສຳຄັນນີ້, ສະຫາຍ ກົວຢ່າງ ກຣາຈັ້ງ ຮອງປະທານສະຫະພັນກຳມະບານ ແຂວງ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະກຳມະບານ ຊຸດໃໝ່ ຈົ່ງສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ໂດຍຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນຕົ້ນຕໍ. ເພື່ອເຮັດໃຫ້ວຽກງານມີຜົນງານດີເດັ່ນໃນຕໍ່ໜ້າ.

ຂຽນຂ່າວ - ຖ່າຍພາບ
ຄໍາພັນ ລີໄຊຫວ່າງ