ສາມບ້ານ ເມືອງ ອະນຸວົງ ປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

ວັນທີ 04-08 ສິງຫາ 2019 ທີ່ຜ່ານມາ, ບ້ານ ອ່າວເໜືອ, ບ້ານ ອ່າວກາງ ແລະ ບ້ານ ອ່າວໃຕ້ ເມືອງ ອະນຸວົງ, ແຂວງ ໄຊສົມບູນ ໄດ້ຈັດກອງປະຊຸມ ປ່ອນບັດເລືອກຕັ້ງເອົາຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຊຸດໃໝ່ຂຶ້ນ. ໂດຍການເປັນປະທານຮ່ວມຂອງ ທ່ານ ຊົວເຊັ່ງ ຈືວາໜໍເຮີລໍ່ ຮອງຫົວໜ້າພະແນກຍຸຕິທໍາ ແຂວງ ໄຊສົມບູນ, ຫົວໜ້າຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ນາຍບ້ານທັງສາມບ້ານ. ຜູ້ເຂົ້າຮ່ວມມີ ປກສ, ປກຊ ທີ່ລົງຮາກຖານປະຈໍາຢູ່ບ້ານ ແລະ ປະຊາຊົນທັງສາມບ້ານຄື ບ້ານອ່າວເໜືອ, ບ້ານ ອ່າວກາງ ແລະ ບ້ານ ອ່າວໃຕ້ ລວມທັງໝົດ 201 ທ່ານ, ຍິງ 69 ທ່ານ.

ໃນພິທີດັ່ງກ່າວ ທ່ານ ສຸລິຍາ ເນັ່ງເຢ້ລໍ່ ຫົວໜ້າຫ້ອງການຍຸຕິທໍາເມືອງ ອະນຸວົງ ກໍໄດ້ຂຶ້ນຜ່ານບົດສະຫຼຸບວຽກງງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄລຍະ 5 ປີຜ່ານມາ. ຊຶ່ງທ່ານໄດ້ລາຍງານໃຫ້ຮູ້ວ່າ 5 ປີຜ່ານມາ ບ້ານ ອ່າວເໜືອ ໄດ້ມີຂໍ້ຂັດແຍ່ງທີ່ເກີດຂຶ້ນພາຍໃນບ້ານມີ 7 ເລື່ອງ ສາມາດແກ້ໄຂສໍາເລັດຢູ່ຂັ້ນບ້ານໄດ້ທັງໝົດ; ບ້ານ ອ່າວກາງ ມີຂໍ້ຂັດແຍ່ງເກີດຂຶ້ນພາຍໃນບ້ານ 5 ເລື່ອງ ແກ້ໄຂຢູ່ຂັ້ນບ້ານສໍາເລັດ 4 ເລື່ອງ, ສົ່ງໃຫ້ ປກສ ກຸ່ມແກ້ໄຂ 1 ເລື່ອງ; ບ້ານ ອ່າວໃຕ້ ມີຂໍ້ຂັດແຍ່ງເກີດຂຶ້ນພາຍໃນບ້ານ 15 ເລື່ອງ, ແກ້ໄຂຢູ່ຂັ້ນບ້ານສຳເລັດ 12 ເລື່ອງ, ຍັງຄ້າງ 3 ເລື່ອງ.

ຈາກນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະແກ້ໄຂຂໍ້ຂັດແຍ່ງຊຸດໃໝ່ ຜົນຂອງການປ່ອນບັດສາມາດເລືອກໄດ້ຄື: ບ້ານ ອ່າວເໜືອ ທ່ານ ຕົ່ງປາວ ວ່າງ ເປັນຫົວໜ້າຄະນະ, ທ່ານ ວ່າເຊັ້ງ ຊົ່ງ ເປັນຮອງ, ທ່ານ ເຈ່ຍກົວ ລໍ່, ທ່ານ ຈາເຊັ່ງ ວ່າງ ແລະ ທ່ານ ເຍ່ຍ ຊົ່ງລໍ່ ເປັນຄະນະ; ບ້ານ ອ່າວກາງ ທ່ານ ເກ່ຍຕົງ ວ່າງ ເປັນຫົວໜ້າຄະນະ, ທ່ານ ຫຼືລໍ່ ໃຈມົວ ເປັນຮອງ, ທ່ານ ເຢັ່ງ ລໍ່, ທ່ານ ຫວາ ຊົດລໍ່ ແລະ ທ່ານ ປ່າ ວາງ ເປັນຄະນະ; ບ້ານ ອ່າວໃຕ້ ທ່ານ ເຍ່ຍຈາວ ຊົ່ງ ເປັນຫົວໜ້າຄະນະ, ທ່ານ ເລັ່ງລີ ເປັນຮອງ, ທ່ານ ຫວາ ຫຼືຫາ, ທ່ານ ຄົວດົວ ຫວ່າງ ແລະ ທ່ານ ວ່າປ່າວ ມົວ ເປັນຄະນະ.

ໃນຕອນທ້າຍ ທ່ານ ຊົວເຊັ່ງ ຈືວາໜໍເຮີລໍ່ ຮອງຫົວໜ້າພະແນກຍຸຕິທໍາ ແຂວງ ໄຊສົມບູນ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານສາມາດຍາດມາໄດ້ໃນໄລຍະ 5 ປີທີ່ຜ່ານມາ ເຫັນວ່າມີຜົນງານຫຼາຍດ້ານທີ່ພົ້ນເດັ່ນ ສະແດງອອກໃຫ້ເຫັນຈະແຈ້ງວ່າ: ສາມາດສະກັດກັ້ນປາກົດການຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນບ້ານ, ສາມາດສຶກສາອົບຮົມ ແລະ ແກ້ໄຂຂໍ້ຂັດແຍ່ງໄດ້ສໍາເລັດ, ຫຼຸດຜ່ອນຂໍ້ຂັດແຍ່ງຕ່າງໆຂຶ້ນໄປຫາສານ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຊຸດໃໝ່ເພີ່ມທະວີຄວາມເອົາໃຈໃສ່ສຸມທຸກສະຕິປັນຍາຫົວຄິດປະດິດສ້າງ ເພື່ອຊີ້ນຳ-ນຳພາ ຄະນະແກ້ໄຂຂໍ້ຂັດແຍ່ງເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ການຈັດຕັ້ງພັກ-ລັດ ໄດ້ມອບໝາຍໃຫ້, ເພີ່ມທະວີຄວາມເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີກັບພໍ່ແມ່ປະຊາຊົນໃຫ້ໜັກແໜ້ນ, ການແກ້ໄຂຂໍ້ຂັດແຍ່ງຕ່າງໆຕ້ອງປຶກສາຫາລືເປັນໝູ່ຄະນະ ອອກຄໍາຄິດເຫັນຢ່າງເປັນເອກະພາບຕາມກົດໝາຍ ແລະ ລະບຽບການທີ່ວາງໄວ້.

ຂຽນຂ່າວ-ຖ່າຍພາບ ໂດຍ: ທອງເຫຼົາ ອີນທະວົງ