ຄະນະພະແນກຍຸຕິທຳ ແຂວງໄຊສົມບູນ ສໍາເລັດການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2019

ໃນຕອນເຊົ້າຂອງວັນທີ 11 ທັນວາ 2019 ທີ່ຜ່ານມາ ຄະນະພະແນກຍຸຕິທໍາ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ ປີ 2019 ຂຶ້ນ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ໂດຍການເປັນປະທານຂອງ ທ່ານ ພົມມາ ແກ້ວບົວພາ ຫົວໜ້າພະແນກພາຍໃນແຂວງ ມີຄະນະກໍາມະການປະເມີນຂັ້ນແຂວງ, ຫົວໜ້າພະແນກ, ຄະນະພະແນກ ແລະ ບັນດາຫົວໜ້າຂະແໜງການພາຍໃນພະແນກຍຸຕິທຳເຂົ້າຮ່ວມທັງໝົດ 9 ທ່ານ, ຍິງ 1 ທ່ານ.

ກອງປະຊຸມໄດ້ຮັບຟັງການແນະນຳກ່ຽວກັບວິທີ, ຂັ້ນຕອນກການປະເມີນຜົນລັດຖະກອນຕາມດໍາລັດຂອງລັດຖະບານ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ. ໃນນີ້ໄດ້ເນັ້ນໜັກ ແລະ ແນະນຳໃຫ້ຜູ້ເຂົ້າຮ່ວມການປະເມີນຄັ້ງນີ້ໃຫ້ກໍາໄດ້ບັນດາມາດຖານ, ເງື່ອນໄຂ, ຂັ້ນຕອນ ຂອງເນື້ອໃນແຕ່ລະດ້ານ ແລະ ສົມທຽບກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານການເຄື່ອນໄຫວຕົວຈິງ ຊອກໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ. ເພື່ອປະເມີນຜົນການເຄື່ອນໄຫວວຽກຂອງຄະນະພະແນກໃນການຈັດຕັ້ງປະບັດໜ້າທີ່ວຽກງານແຕ່ລະດ້ານໃນໄລຍະຜ່ານມາ ເປັນຕົ້ນ: ດ້ານຄຸນທາດການເມືອງ, ຄູນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດ ແລະ ປະສົບການ. ຈາກນັ້ນ, ຄະນະພະແນກກໍໄດ້ຜ່ານບົດປະເມີນຜົນຂອງຕົນເອງ ເພື່ອໃຫ້ບັນດາຫົວໜ້າຂະແໜງ ແລະ ຜູ້ເຂົ້າຮ່ວມປະກອບຄໍາເຫັນ.
ໃນຕອນທ້າຍ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ປະທານກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະເມີນຜົນໃນຄັ້ງນີ້ ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການປະເມີນຜົນ, ສະແດງເຖິງການຢັ້ງຢືນຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ການເມືອງຂອງຄະນະພະແນກຍຸຕິທໍາທີ່ໄດ້ຮັບມອບໝາຍ.

ຂຽນຂ່າວ-ຖ່າຍພາບ: ຄຳພັນ ລີໄຊຫວ່າງ