ກອງປະຊຸມຜ່ານຜົນງານ ປະຈໍາສົກປີ 2017-2018 ຂອງຂະແໜງຍຸຕິທໍາແຂວງ ໄຊສົມບູນ

ໃນຕອນເຊົ້າຂອງວັນທີ 29 ພະຈິກ 2018 ຢູ່ພະແນກຍຸຕິທໍາແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼູບວຽກງານຮອບດ້ານ ປະຈໍາສົກ ປີ 2017-2018 ແລະ ກໍານົດທິດທາງແຜນການວຽກງານຈຸດສຸມປະຈໍາປີ 2019 ຂອງຂະແໜງຍຸຕິທໍາຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ພັອ. ພິມພາ ທິຖາວອນ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີທ່ານ ອຸດອນ ສິງດາລາ ຫົວໜ້າພະແນກ ຍຸຕິທໍາແຂວງໄຊສົມບູນ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ ແລະ ກົມກອງອ້ອມຂ້າງແຂວງ ພ້ອມດ້ວຍຮອງເລຂາພັກເມືອງ ແລະ ຫົວໜ້າຫ້ອງການຍຸຕິທຳເມືອງ 5 ເມືອງ, ບັນດາຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ລືຢ່າງ ຫວັງເຢັງ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນງານ ປະຈໍາສົກປີ 2017-2018 ແລະ ແຜນການວຽກງານຈຸດສຸມປະຈໍາປີ 2019 ຂອງຂະແໜງຍຸຕິທໍາ. ຜ່ານການເຄື່ອນໄຫວວຽກງານຕະຫຼອດໄລຍະ 01 ປີຜ່ານມາ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານສົ່ງເສີມລະບົບຍຸຕິທໍາຮາກຖານ, ວຽກງານການປັບປຸງ ແລະ ບໍາລຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ວຽກງານການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ, ວຽກງານຍຸຕິທໍາເດັກ, ວຽກງານການສ້າງບຸກຄະລາກອນໃຫ້ກຸ່ມບ້ານ ແລະ ວຽກງານການສ້າງຕູ້ປຶ້ມກົດໝາຍປະຈໍາບ້ານ.

ໃນໂອກາດດຽວກັນ ທ່ານ ພັອ. ພິມພາ ທິຖາວອນ ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງ ກໍໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ແກ່ບຸກຄົນ ແລະ ກົມກອງ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຍຸຕິທຳຢູ່ບັນດາເມືອງ ຈໍານວນ 21 ທ່ານ ເພື່ອຍ້ອງຍໍພະນັກງານ-ລັດຖະກອນຂອງຂະແໜງຍຸຕິທຳ ພ້ອມທັງໃຫ້ສືບຕໍ່ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຜົນຕາມລະດັບຄາດໝາຍໃນຕໍ່ໜ້າ.

ຂຽນຂ່າວ: ຄຳພັນ ລີໄຊຫວ່າງ ຈາກພະແນກຍຸຕິທຳແຂວງໄຊສົມບູນ