ເມືອງປາກລາຍເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ແກ່ພະນັກງານຫຼັກແຫຼ່ງ

ເມືອງປາກລາຍເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຊຸດທີ I ປະຈຳປີ 2019 ຂຶ້ນ ໃນຕອນເຊົ້າຂອງວັນທີ 2 ສິງຫາ 2019 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງປາກລາຍ ແຂວງ ໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ສິລິວັດທະນາ ສົມພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທໍາ ແຂວງໄຊຍະບູລີ ແລະ ທ່ານ ສົມດີ ພົງສະຫວັນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງປາກລາຍ ມີພະນັກງານຈາກຫ້ອງການຍຸຕິທຳ ເມືອງ, ແຂກຖືກເຊີນຈາກອ້ອມຂ້າງເມືອງ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມ ຈໍານວນ 65 ຄົນ, ຍິງ 18 ຄົນ. ໃນນັ້ນມີນັກຝຶກອົບຮົມ ຈໍານວນ 48 ຄົນ, ຍິງ 16 ຄົນ.

ທ່ານ ກອງແສງ ແກ້ວດວງຕາ ຫົວໜ້າຫ້ອງການຍຸຕິທໍາເມືອງປາກລາຍ ໄດ້ລາຍງານໃຫ້ຮູ້ວ່າ: ແຜນດໍາເນີນການຈັດຕັ້ງປະຕິບັດການຮຽນ-ການສອນ ກົດໝາຍ 45 ວັນ ເປັນຕົ້ນ ແຜນການກະກຽມດ້ານເນື້ອໃນ, ດ້ານບຸກຄະລາກອນ, ຄູ, ອາຈານ, ກໍານົດເວລາ, ສະຖານທີ່, ງົບປະມານ ແລະວິທີການຈັດຕັ້ງປະຕິບັດ. ໃນການເປີດຊຸດຝຶກອົບຮົມການກົດໝາຍ 45 ວັນໃນຄັ້ງນີ້ ແມ່ນໄດ້ຄັດຈ້ອນເອົາບັນດາແນວທາງການເມືອງ ແລະ ບັນດາກົດໝາຍຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການຮຽນ-ການສອນ ຊຶ່ງປະກອບມີ 32 ວິ ຊາ, 22,5 ໜ່ວຍກິດ, 360 ຊົ່ວໂມງ
ໃນພິທີ ດັ່ງກ່າວ ທ່ານ ສົມດີ ພົງສະຫວັນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ປາກລາຍ ກໍໄດ້ມີຄໍາເຫັນ ຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບໂດຍສະເພາະແມ່ນພະແນກ ກໍຄື ຫ້ອງການຍຸຕິທໍາ ໃນການກະກຽມ ສາມາດເປີດໄດ້ຕາມແຜນການ ໂດຍທ່ານໄດ້ຍົກໃຫ້ເຫັນ ນິຕິກໍາ ແມ່ນເປັນເຄື່ອງມື ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ. ສະນັ້ນ, ເພື່ອຮັບປະກັນ ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ຂອງລັດ ແລະ ລວມໝູ່. ເມື່ອເຫັນບົດບາດຄວາມສໍາຄັນດັ່ງກ່າວ ລັດຕ້ອງສ້າງຄວາມເຂັ້ມແຂງໃນການຄຸ້ມຄອງລັດດ້ວຍກົດໝາຍ ຢາກໄດ້ແນວນັ້ນ ຕ້ອງໄດ້ເອົາໃຈໃສ່ສ້າງ, ສຶກສາຮໍ່າຮຽນ ບຸກຄະລາກອນກົດໝາຍ ໃຫ້ແກ່ຖັນແຖວພະນັກງານໃຫ້ມີຄວາມຮັບຮູ້, ເຂົ້າໃຈເນື້ອໃນກົດໝາຍຢ່າງເລີກເຊິ່ງ.

ໃນຕອນທ້າຍ ທ່ານ ສີລິວັດທະນາ ສົມພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທໍາ ແຂວງໄຊຍະບູລີ ກໍໄດ້ມີຄຳເຫັນໂອ້ລົມ ແລະຊີ້ນໍາ ແກ່ນັກຝຶກອົບຮົມ ໂດຍທ່ານໄດ້ຍົກໃຫ້ເຫັນ ຄວາມສໍາຄັນ, ຄວາມຈໍາເປັນຂອງໜ້າທີ່ການເມືອງໃນໄລຍະ ໃໝ່, ຕາມເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໄດ້ກໍານົດວ່າການຍົກສູງປະສິດທິພາບປະສິດທິຜົນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແມ່ນມີຄວາມສໍາຄັນຍິ່ງ ແລະ ທັງແມ່ນຄວາມຈໍາເປັນພາວະວິໄສ ເພື່ອສ້າງຄວາມໝັນຄົງ ໃຫ້ແກ່ລະບອບປະຊາທິປະໄຕປະຊາຊົນຂອງພວກເຮົາ. ພ້ອມນັ້ນ ທ່ານຍັງຮຽກຮ້ອງໃຫ້ ຄະນະຮັບຜິດຊອບ, ຄູ-ອາຈານ ທີ່ຂຶ້ນຫ້ອງສິດສອນຕ້ອງເອົາໃຈໃສ່ຄົ້ນຄວ້າ, ກະກຽມບັນດາເອກະສານ, ບົດສອນ ເພື່ອແລກປ່ຽນບົດຮຽນ ແລະ ເພື່ອຖ່າຍທອດຄວາມຮູ້ໃຫ້ກັບນັກຝຶກອົບຮົມ, ນອກຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດານັກຝຶກອົບຮົມ ໃຫ້ເອົາໃຈໃສ່ປະຕິບັດລະບຽບໃນການຮຽນ ແລະ ຍາດແຍ່ງເອົາຄວາມຮູ້ ຈາກບັນດາຄູ-ອາຈານ ດ້ວຍຄວາມເອົາໃຈໃສ່ ໃນການແລກປ່ຽນ, ຖາມ-ຕອບບົດຮຽນ ເພື່ອໃຫ້ໄດ້ຄຳຕອບຈະແຈ້ງ ແລະ ຊັດເຈນ ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີປະສິດທິພາບສູງ.

ຂຽນຂ່າວ-ຖ່າຍພາບ ໂດຍ: ສົມລິດ ອ່ອນຕາ