ຫ້ອງການຍຸຕິທຳເມືອງ ແກ່ນທ້າວ ເປີດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ ll ປະຈຳປີ 2019

ຕອນເຊົ້າຂອງວັນທີ 12 ກໍລະກົດ 2019 ຜ່ານມານີ້ ຫ້ອງການຍຸຕິທຳເມືອງ ແກ່ນທ້າວ ແຂວງ ໄຊຍະບູລີ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ ll ປະຈຳປີ 2019 ໃຫ້ແກ່ພະນັກງານຫຼັກແຫຼ່ງພາຍໃນເມືອງຂອງຕົນຂຶ້ນ ໂດຍການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ເຂົ້າຮ່ວມມີ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ, ມີຫົວໜ້າກົມ, ຫົວໜ້າພະແນກຍຸຕິທໍາແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ແກ່ນທ້າວ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮວ່ມທັງໝົດ 82 ທ່ານ, ຍິງ 17 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກສູງຄວາມຮູ້ຄວາມສາມາດທາງດ້ານກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງພາຍໃນເມືອງ, ຄາດໝາຍແມ່ນສ້າງຄວາມຮູ້, ຄວາມເຂົ້າໃຈຕໍ່ແນວທາງຂອງພັກ, ກົດໝາຍຂອງລັດໃຫ້ບັນດານັກຝຶກອົບຮົມໃຫ້ກໍາໄດ້ເນື້ອໃນຂອງກົດໝາຍຢ່າງເລິກເຊິ່ງ ເພື່ອນໍາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕາມຄວາມຮັບຜິດຊອບຂອງຕົນ ແລະ ຈັດຕັ້ງຜັນຂະຫຍາຍໄປສູ່ຮາກຖານ.
ໃນຕອນທ້າຍຂອງພິທີ ທ່ານ ປະທານ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໄດ້ມີຄໍາເຫັນ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ບັນດາຄູ-ອາຈານ ຈົ່ງເອົາໃຈໃສ່ຖ່າຍທອດຄວາມຮູ້ ໃຫ້ຜູ້ເຂົ້າຝຶກອົບຮົມ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ນັກຝຶກອົບຮົມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດຮຽນທີ່ໄດ້ນໍາມາສິດສອນໃນຄັ້ງນີ້. ນອກຈາກນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ບັນດານັກຝຶກອົບຮົມ ຈົ່ງຕັ້ງໃຈ ຍາດແຍ່ງເອົາຄວາມຮູ້ ຈາກບັນດາຄູ-ອາຈານ ດ້ວຍຄວາມເອົາໃຈໃສ່, ຕັ້ງໃຈ ແລະ ຫ້າວຫັນ ໃນການແລກປ່ຽນຖາມ-ຕອບ ບົດຮຽນ ເພື່ອໃຫ້ຈະແຈ້ງ ແລະ ຊັດເຈນ, ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິພາບສູງຂຶ້ນ.

ຂຽນຂ່າວ: ຂົນ ບຸນທິສານ ພາບ: ສຸກສາຄອນ