ພະແນກຍຸຕິທຳແຂວງ ໄຊຍະບູລີ ເປີດ ຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ IV ປະຈຳປີ 2019

ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2019 ທີ່ຜ່ານມາ ພະແນກຍຸຕິທຳແຂວງ ໄຊຍະບູລີ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ IV ປະຈຳປີ 2019 ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງບັນດາພະແນກການ ພາຍໃນແຂວງຂອງຕົນຂຶ້ນ ໂດຍການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ເຂົ້າຮ່ວມມີທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກຍຸຕິທຳແຂວງ, ຄະນະຮັບິຜດຊອບ, ຄູ-ອາຈານ ຕະຫຼອດນັກຝຶກອົບຮົມເຂົ້າຮວ່ມຢ່າງພ້ອມພຽງ.

ໃນພິທີທ່ານ ອາເມ ຊົງເຍ້ຍເລັ່ງ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ ໄຊຍະບູລີໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າແຂວງ ໄຊຍະບູລີ ວ່າດ້ວຍ ການອະນຸມັດເປີດການຮຽນ-ການສອນກົດໝາຍ 45 ວັນ ຊຸດທີ IV ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ໄຊຍະບູລີ, ຊຸດຝຶກອົບຮົມດັ່ງກ່າວ ເລີ່ມຮຽນຕັ້ງແຕ່ວັນທີ 11 ກໍລະກົດ ຫາ 11 ກັນຍາ 2019 ປະກອບມີ 32 ວິຊາຮຽນ, 22,5 ໜ່ວຍກິດ ຫຼື ເທົ່າກັບ 360 ຊົ່ວໂມງ ແລະ ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດຈໍານວນ 45 ທ່ານ, ຍິງ 9 ທ່ານ.
ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ ກໍເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈ ຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ຂອງລັດຖະທຳມະນູນ ແລະ ກົດໝາຍ ແຕ່ລະຂະແໜງ ລົງສູ່ທ້ອງຖິ່ນຮາກຖານ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງຂອງບັນດາພະແນກການ, ອົງການ ແລະ ກົມກອງ ອ້ອມຂ້າງແຂວງ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຄື່ອນໄຫວວຽກງານຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫົງບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. 
ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມ ບັນດາຜູ້ເຂົ້າຮວ່ມຊຸດຝຶກອົບຮົມໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ, ແລກປຽ່ນຄຳຄິດຄຳເຫັນ ແລະ ຍາດແຍ່ງຄວາມຮູ້ຄວາມສາມາດນຳຄູ-ອາຈານເພື່ອນຳເອົາຄວາມຮູ້, ທີ່ໄດ້ມາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ຂຽນຂ່າວ: ອອ່ນຄຳ ໄຊຍະວົງ ພາບ: ສຸກສາຄອນ