ພະແນກຍຸຕິທຳແຂວງ ໄຊຍະບູລີ ປິດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ

ໃນຕອນເຊົ້າຂອງວັນທີ 11 ກັນຍາ 2019 ທີ່ຜ່ານມາ ພະແນກຍຸຕິທຳແຂວງ ໄຊຍະບູລີ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ IV ປະຈຳປີ 2019 ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ. ເຂົ້າຮວ່ມມີ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກຍຸຕິທຳແຂວງ, ຄະນະຮັບຜິດຊອບ, ຄູ-ອາຈານ ຕະຫຼອດນັກຝຶກອົບຮົມເຂົ້າຮວ່ມ.

ໃນພິທີທ່ານ ອາເມ ຊົງເຍ້ຍເລັ່ງ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ ໄຊຍະບູລີ ກໍໄດ້ຂຶ້ນຜ່ານບົດສະຫຼຸບຜົນສຳເລັດການຈັດຕັ້ງປະຕິບັດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຊຸດທີ IV ປະຈຳປີ 2019 ການເປີດຊຸດຝຶກອົບຮົມກົດໝາຍໃນຄັ້ງນີ້ ກໍເພື່ອເປັນການນໍາເອົາເນື້ອໃນຂອງລັດຖະທຳມະນູນ ແລະ ກົດໝາຍທີ່ຕິດພັນກັບແຕ່ລະຂະແໜງການຕ່າງໆ ທີ່ລັດປະກາດໃຊ້ແຕ່ລະໄລຍະມາສຶກສາ, ຄົ້ນຄວ້າ, ສິດສອນ, ຊີ້ແຈງ ແລະ ອະທິບາຍໃຫ້ແກ່ນັກຝຶກອົບຮົມທີ່ເຂົ້າຮ່ວມໃນຊຸດນີ້ໄດ້ຮັບຮູ້ ແລະ ເຂົ້າໃຈ ສາມາດນໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານ ເພື່ອເປັນການຍົກສູງບົດບາດການນໍາພາຂອງພັກຕໍ່ວຽກງານຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ຫຼັງຈາກນັ້ນກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສຳເລັດການຝຶກອົບຮົມດັ່ງກ່າວທັງໝົດ ຈຳນວນ 45 ທ່ານ, ຍິງ 9 ທ່ານ. ໃຫ້ກຽດມອບໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດຽວກັນນັ້ນ ກໍໄດ້ມອບໃບຍ້ອງຍໍໃຫ້ແກ່ນັກຝຶກອົບຮົມ, ຄູ-ອາຈານ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມກົດໝາຍຕື່ມອີກ.

ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ ໂດຍສະເພາະຫັນການບໍລິການລັດໃນທຸກຂົງເຂດວຽກງານເຂົ້າສູ່ກົດໝາຍໃຫ້ນັບມື້ນັບເຂັ້ມງວດເທື່ອລະກ້າວ.

ຂຽນຂ່າວ: ອອ່ນຄຳ ໄຊຍະວົງ ພາບ: ສຸກສາຄອນ