ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ

ໃນຕອນເຊົ້າວັນທີ 16 ມັງກອນ 2019 ຫ້ອງການຍຸຕິທຳເມືອງແກ່ນທ້າວ ແຂວງ ໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ກົດໝາຍ ແລະ ເຜີຍແຜ່ດຳລັດ ເລກທີ 77/ລບ, ລົງວັນທີ 28 ກຸມພາ 2018 ວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ຂຶ້ນທີ່ຫ້ອງປະຊຸມສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມຂອງບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ ພາຍໃນເມືອງເຂົ້າຮ່ວມ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 106 ທ່ານ, ຍິງ 31 ທ່ານ.

ກົດໝາຍທີ່ນຳມາໂຄສະນາເຜີແຜ່ໃນຄັ້ງນີ້ ໄດ້ແກ່ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍ ທະບຽນສານ, ປະມວນກົດໝາຍອາຍາ ແລະ ດຳລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ. ຈຸດປະສົງການເຜີຍແຜ່ໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບບັນດາກົດໝາຍ, ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນເມືອງ.

ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງວັນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ.

ຂຽນຂ່າວ-ຖ່າຍພາບ: ໂດຍ ນາງ ສຸນາລີ ແສນວິໄຊ

ປະເພດຂ່າວ: