ກອງປະຊຸມສໍາມະນາ ວຽກງານການສ້າງນິຕິກຳ ຢູ່ແຂວງ ໄຊຍະບູລີ

ພະແນກຍຸຕິທຳແຂວງ ໄຊຍະບູລີ ໄດ້ ຈັດກອງປະຊຸມສໍາມະນາ ກ່ຽວກັບການສ້າງນິຕິກໍາ ຂຶ້ນໃນຕອນເຊົ້າຂອງ ວັນທີ 18 ມິຖຸນາ 2019 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ໄຊຍະບູລີ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ອາເມ ຊົ່ງເຍ້ຽເລັ່ງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາ ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 66 ທ່ານ, ຍິງ 10 ທ່ານ.

ຈຸດປະສົງ ເພື່ອທົບທວນຄືນ ແລະ ຍົກລະດັບຄວາມຮັບຮູ້ທາງດ້ານວຽກງານການສ້າງນິຕິກຳ ໃຫ້ມີຄວາມເຂົ້າໃຈ ເປັນເອກະພາບກັນ, ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດຂອງຂະແໜງຍຸຕິທໍາ ໂດຍສະເພາະຂັ້ນທ້ອງຖິ່ນ, ໃຫ້ເຫັນໄດ້ເຖິງຄວາມສໍາຄັນ, ຄວາມຈໍາເປັນຂອງວຽກງານການສ້າງ ແລະ ປັບປຸງນິຕິກໍາ. ຊຶ່ງຈະເປັນການຊ່ວຍອົງການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ ທີ່ຮັບຜິດຊອບກ່ຽວກັບການສ້າງນິຕິກຳໃຫ້ເຂົ້າໃຈ, ເຊື່ອມຊຶມກຳແໜ້ນຫຼັກການ, ລະບຽບການ ແລະ ຂັ້ນຕອນ ຂອງການສ້າງນິຕິກຳແຕ່ລະປະເພດ ເພື່ອໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນທົ່ວແຂວງ, ເຮັດໃຫ້ນິຕິກຳທີ່ວາງອອກນັ້ນມີຄຸນນະພາບ, ຖືກຕ້ອງຕາມສະພາບຄວາມເປັນຈິງຂອງເສດຖະກິດ, ສັງຄົມ ແລະ ວັດທະນະທໍາຂອງທ້ອງຖິ່ນ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ຂ່າວ-ພາບ ໂດຍ: ພະແນກຍຸຕິທຳແຂວງ ໄຊຍະບູລີ

ປະເພດຂ່າວ: