ເມືອງທ່າແຕງເຜີຍແຜ່ດຳລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ

ວັນທີ 13-14 ສິງຫາ 2019 ນີ້ ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ປະຈໍາພະແນກຍຸຕິທໍາແຂວງ ເຊກອງ ຮ່ວມກັບຫ້ອງການຍຸຕິທໍາເມືອງ ທ່າແຕງ ໄດ້ຈັດພິທີເຜີຍແຜ່ດຳລັດ ເລກທີ 77/ລບ ລົງວັນທີ 28 ກຸມພາ 2018, ຄໍາແນະນຳ ເລກທີ 1077/ກຍ ລົງວັນທີ 3 ກັນຍາ 2018 ກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍຂຶ້ນ ຢູ່ທີ່ບ້ານທ່າແຕງໃຕ້ ແລະ ບ້ານທ່າແຕງເໜືອ ເມືອງທ່າແຕງ ແຂວງ ເຊກອງ ໂດຍພາຍໃຕການເປັນປະທານຂອງ ທ່ານ ຄໍາມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ ຜູ້ຊີ້ນຳວຽກງານຊ່ວຍເຫຼືອທາງດ້ານກົດໝາຍ, ຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ, ພະນັກງານວິຊາການທີ່ກ່ຽວຂ້ອງ, ນັກສຶກສາຝຶກງານ, ອົງການປົກຄອງບ້ານ 6 ບ້ານ ຕະຫຼອດຮອດ ພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍເຂົ້າຮ່ວມທັງໝົດ 206 ຄົນ, ຍິງ 84 ຄົນ.

ຈຸດປະສົງ ເພື່ອໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ຮັບຮູ ແລະ ເຂົ້າໃຈກ່ຽວກັບການໃຫ້ບໍລິການ ທາງດ້ານກົດໝາຍ ໂດຍບໍ່ຄິດຄ່າໃຫ້ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກຕ້ອງການການປົກປ້ອງ ພິເສດ, ແມ່ຍິງ ແລະ ເດັກນ້ອຍທີ່ຖືເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ສໍາລັບການຊ່ວຍເຫຼືອແມ່ນມີຢູ 4 ປະເພດ ແລະ ຜູ້ທີ່ມີສິດໄດ້ຮັບການຊ່ວຍເຫຼືອແມ່ນມີ 7 ປະເພດ ຕາມຄໍາແນະນຳ ເລກທີ 1077/ກຍ ລົງວັນທີ ລົງວັນທີ 3 ກັນຍາ 2018 ກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ.
ຕອນທ້າຍຂອງພິທີ ທ່ານ ຄຳມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທຳແຂວງ, ໄດ້ໂອ້ລົມ ແລະ ຕອບຂໍ້ຂ້ອງໃຈຕໍ່ບັນຫາທີ່ຜູ້ເຂົ້າຮ່ວມໄດ້ຕັ້ງຄຳຖາມຂຶ້ນ ພ້ອມໃຫ້ທິດຊີ້ນຳຫຼາຍດ້ານແກ່ອົງການປົກຄອງບ້ານ ພໍ່ແມ່ປະຊາຊົນທີ່ເຂົ້າມາຮ່ວມຮັບຟັງການໂຄສະນາເຜີຍແຜ່ກົດໝາຍ ໂດຍທ່ານໄດ້ເນັ້ນໃຫ້ເພີ່ມທະວີຄວາມເອົາໃຈໃສ່ ປະຕິບັດພາລະບົດບາດຂອງຕົນໃຫ້ສູງຂຶ້ນ ເອົາໃຈໃສ່ ເປັນແບບຢ່າງໃນການດຳລົງຊີວິດໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍໃນເຂດຄຸ້ມຄອງຂອງຕົນ ຖ້າວ່າບັນດາທ່ານໃດມີບັນຫາຢາກປຶກສາ ແມ່ນເຂົ້າໄປຂໍຄວາມຊ່ວຍເຫຼືອໄດ້ ຂັ້ນແຂວງ ກໍຄືຢູ່ ພະແນກຍຸຕິທຳແຂວງ ເຊກອງ, ຂັ້ນເມືອງ ກໍຄືຢູ່ ຫ້ອງການຍຸຕິທຳເມືອງ ທ່າແຕງ.

ຖ່າຍພາບ-ຂຽນຂ່າວ: ນາງ ມະນີດາ ເລຫວຽດມ່ວງ.