ຫ້ອງການຍຸຕິທໍາເມືອງ ກະລຶມ ແຂວງ ເຊກອງ ສະຫຼຸບວຽກງານຮອບດ້ານ 9 ເດືອນຜ່ານມາ

ໃນວັນທີ 24-25 ຕຸລາ 2019 ທີ່ຜ່ານມາ ພະແນກຍຸຕິທໍາແຂວງ ເຊກອງໄດ້ລົງເຄື່ອນໄຫວວຽກງານກວດກາຮອບດ້ານ ຢູ່ທີ່ຫ້ອງການຍຸຕິທໍາເມືອງ ກະລຶມ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາບາງ ພະສະແຫວງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາແຂວງ, ທ່ານ ສີມືືດ ນວນມະນີວົງ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ກະລຶມ, ມີພະນັກງານ-ລັດຖະກອນຈາກພະແນກຍຸຕິທໍາແຂວງ ແລະ ຫ້ອງການຍຸຕິທໍາເມືອງ ກະລຶມ ເຂົ້າຮ່ວມທັງໝົດ 12 ທ່ານ, ຍິງ 3 ທ່ານ.

ໃນພິທີທ່ານ ສີມືດ ນວນມະນີວົງ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ກະລຶມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 9 ເດືອນຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໄດ້ຍົກໃຫ້ເຫັນບາງໜ້າວຽກຊຶ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ 9 ເດືອນຜ່ານມາ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ຈໍານນວນ 17 ບ້ານ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 3,750 ຄົນ, ຍິງ 1,750 ຄົນ, ວຽກງານສົ່ງເສີມລະບົບຍຸຕິທໍາ ປະກາດບ້ານແບບຢ່າງປະຕິບັດກົດໝາຍໄດ້ 29 ບ້ານ, ວຽກງານທະບຽນສານ ສາມາດຢັ້ງຢືນເອກກະສານ ແລະ ສັນຍາປະເພດຕ່າງໆໄດ້ 99 ສະບັບ, ມີ 624 ໜ້າ, ຜ່ານການກວດກາວຽກງານຮອບດ້ານຂອງຫ້ອງການຍຸຕິທໍາເມືອງຕົວຈິງ ເຫັນວ່າໜ້າວຽກຂອງຫ້ອງການຍຸຕິທໍາເມືອງ ດ້ານດີ ເເມ່ນໄດ້ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ພ້ອມດຽວກັນນັ້ນກໍຍັງມີບາງໜ້າວຽກທີ່ຄົງຄ້າງ ແລະ ບໍ່ສາມມາດຈັດຕັ້ງປະຕິບັດໄດ້ ເປັນຕົ້ນ ແມ່ນວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ (ຈໍາເລີຍ) ບໍ່ມີຄວາມສາມາດໃຊ້ແທນໜີ້ສິນໃຫ້ແກ່ (ໂຈດ) ໄດ້ ສາເຫດຍ້ອນ ຈໍາເລີຍທຸກຈົນ ແລະ ວຽກງານໂຄສະນາເຜີຍແຜ່ກົດໝາຍ, ການອອກລາຍການທາງໂທລະໂຄ່ງ, ການຂຽນບົດຂ່າວ ເຫັນວ່າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ.
ໃນຕອນທ້າຍພິທີ ທ່ານ ຄໍາບາງ ພະສະແຫວງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາແຂວງ ເຊກອງ ກໍໄດ້ມີຄໍາເຫັນໂອ້ລົມ ຊຶ່ງທ່ານໄດ້ເນັ້ນໃຫ້ຫ້ອງການຍຸຕິທໍາເມືອງ ກະລຶມສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ ແລະ ເພີ່ມທະວີຄວາມເອົາໃຈໃສ່ ສຸມທຸກສະຕິປັນຍາ ເພື່ອປະກອບສ່ວນເຂົ້າໃນໜ້າທີ່ວຽກງານໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

ຂຽນຂ່າວ-ຖ່າຍພາບໂດຍ : ລັດດາວັນ ຄໍາພູມີ