ພິທີປິດຊຸດຝຶກອົບຮົມ ກົດໝາຍໄລຍະສັ້ນ 45 ວັນ ຮຸ້ນທີ VIII, ປະຈໍາປີ 2019 ທີ່ ພະແນກຍຸຕິທຳແຂວງ ເຊກອງ.

ໃນຕ່ອນບ່າຍວັນທີ 10 ຕຸລາ 2019 ຢູ່ທີ່ ພະແນກຍຸຕິທໍາແຂວງ ເຊກອງ ໄດ້ຈັດໃຫ້ມີພິທີປິດຊຸດຝືກອົບຮົມ ກົດໝາຍໄລຍະສັ້ນ 45 ວັນ ຮຸ້ນທີ VIII ປະຈໍາປີ 2019, ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂັ້ນແຂວງ ແລະ ຂັ້ນເມືອງ ພາຍໃຕ້ໃຫ້ກຽດເປັນປະທານ ໂດຍທ່ານ ພອນເພັດ  ຄິວລະວົງ ສະມາຊິກສະພາແຫ່ງຊາດ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນຂັ້ນແຂວງ ທັງເປັນຜູ້ຊີ້ນໍາກຸ່ມປົກປ້ອງກົດໝາຍ. ໃນນີ້ມີແຂກເຂົ້າຮ່ວມ ທີ່ມາຈາກຄະນະຊີ້ນໍາຂັ້ນແຂວງ, ບັນດາຄູ-ອາຈານທີ່ສິດສອນໃນຊຸດຝືກອົບຮົມ ແລະ ພ້ອມດ້ວຍບັນດານັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ ມີຈໍານວນທັງໝົດ 65 ທ່ານ, ຍິງ 13 ທ່ານ.

          ໃນພິທິດັ່ງກ່າວ ທ່ານ ຄໍາບາງ  ພະສະແຫວງ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກຍຸຕິທໍາແຂວງ ກໍ່ໃຫ້ກຽດຂື້ນຜ່ານບົດສະຫຼຸບຜົນສໍາເລັດການຝຶກອົບຮົມ ກົດໝາຍໄລຍະສັ້ນ 45 ວັນ, ຮຸ້ນທີ VIII ປະຈໍາປີ 2019, ໃນບົດສະຫຼຸບໄດ້ຊີ້ບອກໃຫ້ເຫັນວ່າ: ມີນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມທັງໝົດຈຳນວນ 43 ທ່ານ, ເປັນຍິງ 8 ທ່ານ. ມີດ້ານດີ, ດ້ານອອ່ນ, ບົດຮຽນທີ່ຖອດຖອນໄດ້ ແລະ ພາກທິດທາງແຜນການ ໃນປີ 2020.

          ໃນວະລາຕໍ່ມາ ໃຫ້ກຽດຂຶ້ນຜ່ານ ຂໍ້ຕົກລົງມອບໃບຢັ້ງຢືນຂອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສະບັບເລກທີ 1987/ກຍ, ສຍຊ. ລົງວັນທີ 17 ກັນຍາ 2019 ວ່າດ້ວຍການຮັບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສໍາເລັດ ການບໍາລຸງກົດໝາຍຂັ້ນຟື້ນຖານ ໄລຍະສັ້ນ 45 ວັນ ຢູ່ແຂວງ ເຊກອງ  ປີ 2019 ໂດຍທ່ານ ນ. ສີສະຫ່ງາ ແກ້ວດວງດີ ກໍາມະການພັກແຂວງ  ຫົວໜ້າພະແນກພາຍໃນແຂວງ ແລະ ໃຫ້ກຽດຂຶ້ນມອບໃບຢັ້ງຢືນໃນຄັ້ງນີ້ ໂດຍທ່ານ ພອນເພັດ  ຄິວລະວົງ ສະມາຊິກສະພາແຫ່ງຊາດ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ທັງເປັນຜູ້ຊີ້ນໍາກຸ່ມປົກປ້ອງກົດໝາຍ ໃຫ້ແກ່ນັກຝຶກອົບຮົມຈຳນວນ 43 ທ່ານ, ຍິງ 8 ທ່ານ.

          ໃນພິທີ ເປັນກຽດຂື້ນຜ່ານ ຂໍ້ຕົກລົງຂອງຄະນະຮັບຜິດຊອບຊີ້ນໍາ ການຝຶກອົບຮົມກົດໝາຍຂັ້ນແຂວງ ສະບັບເລກທີ 626/ຄຮຊຝຂ, ລົງວັນທີ 7/10/2019 ວ່າດ້ວຍການຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຮຸ້ນທີ VIII ປະຈໍາປີ 2019, ໂດຍທ່ານ ທອງຄໍາ ທໍາມະວົງ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າພະແນກຍຸຕິທໍາແຂວງ ແລະ ໃຫ້ກຽດຂື້ນມອບໃບຍ້ອງຍໍ ໂດຍທ່ານ ຄໍາບາງ  ພະສະແຫວງ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກຍຸຕິທໍາແຂວງ ໃຫ້ແກ່ຄະນະຮັບຜິດຊອບ, ພະນັກງານຊ່ວຍວຽກຂັ້ນພະແນກ ຈໍານວນ 13 ທ່ານ, ຍິງ 9 ທ່ານ, ພ້ອມດ້ວຍຄູອາຈານ ທີ່ສິດສອນ 25 ທ່ານ, ຍິງ 2  ທ່ານ ແລະ ນັກຝຶກອົບຮົມ 43 ທ່ານ, ຍິງ 8 ທ່ານ.

          ໃນພິທີ ທ່ານ ພອນເພັດ  ຄິວລະວົງ ສະມາຊິກສະພາແຫ່ງຊາດ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນຂັ້ນແຂວງ ທັງເປັນຜູ່ຊີ້ນໍາກຸ່ມປົກປ້ອງກົດໝາຍ ກໍ່ໄດ້ມີຄໍາເຫັນໂອ້ລົມ ຕໍ່ພິທີປິດຊຸດຝຶກອົບຮົມໃນຄັ້ງນີ້, ກ່ອນອື່ນໝົດທ່ານ ກໍ່ໄດ້ສະແດງເຖິງການຍ້ອງຍໍ, ຊົມເຊີຍ, ຕໍ່ນັກຝຶກອົບຮົມໃນຄັ້ງນີ້, ທີ່ສາມາດຍາດເອົາຜົນສໍາເລັດ ແລະ ຜົນງານດັ່ງກ່າວດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງໜ້າຈົນສຳເລັດ, ພາຍຫຼັງສໍາເລັດການຝຶກອົບຮົມແລ້ວ ກັບຄືນເມືອກົມກອງທ້ອງຖິ່ນຮາກຖານຂອງຕົນເອງ ໃຫ້ບັນດາສະຫາຍ ນໍາເອົາເນື້ອໃນກົດໝາຍ ທີ່ໄດ້ຮຽນຮູ້ໄປໝູນໃຊ້ໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບການດຳລົງຕົວຈິງ ແລະ ປ່ຽນແປງຈາກຄວາມຊິນເຄີຍ ໃຫ້ເຂົ້າສູ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.

          ຕອນທ້າຍຂອງພິທີ ທ່ານໄດ້ເນັ້ນໜັກຕື່ມອີກ ຂໍໃຫ້ບັນດາສະຫາຍເອົາໃຈໃສ່ປະຕິບັດສະເພາະໜ້າ ແລະ ຍາວນານ ໃນການເຮັດໜ້າທີ່ ວຽກງານຕົວຈິງຂອງແຕ່ລະສະຫາຍ ໃຫ້ມີປະສິດຕິພາບດີ, ມີປະສິດຕິຜົນສູງ ແລະ ແນໃສ່ການການສ້າງລັດທີ່ຄຸ້ມຄອງດ້ວຍກົດໝາຍ ຢ່າງແທ້ຈິງ.

          ຕາງໜ້າໃຫ້ແກ່ນັກສໍາມະນາກອນ ຂຶ້ນຮັບຄໍາໂອວາດຂອງທ່ານ ປະທານ ຈະຮັບເອົາຄໍາໂອ້ລົມຂອງທ່ານ ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ພວກຂ້າພະເຈົ້າ ເປັນແຮງຄ້ຳອັນລໍ້າຄ່າ , ເປັນທິດສະດີອັນຖືກຕ້ອງ, ພວກຂ້າພະເຂົ້າຂໍປະຕິຍານຕົນວ່າ ຈະອຸທິດເຫື່ອແຮງ ແລະ ສະຕິປັນຍາ ໃຫ້ແກ່ພັກ-ລັດ ແລະ ສະຫຼະເຫື່ອແຮງ ໃຫ້ວຽກງານດຳເນີນໄປເປັນປົກກະຕິ ເຮັດໃຫ້ປະເທດຊາດມີຄວາມຈະເລີນມັ່ງມີສີສຸກ.

                                                      

                                                                                                                                                                         ຖ່າຍພາບ: ຂຽນຂ່າວ: ໂດຍ ພູພຽງໃຈ  ພິມມະວົງສາ.

ກວດແກ້ໂດຍ: ທ່ານ ຄໍາມິ່ງ  ໄຊຍະຈັກ.