ພະແນກຍຸຕິທຳແຂວງ ເຊກອງລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ.

ໃນລະຫວ່າງວັນທີ 2-3 ກັນຍາ ປີ 2019 ຜ່ານມານີ້ ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ປະຈໍາພະແນກຍຸຕິທໍາແຂວງ ເຊກອງ ຮ່ວມກັບຫ້ອງການຍຸຕິທໍາເມືອງ ລະມາມ ໄດ້ຈັດກິດຈະກໍາເຜີຍແຜ່ກົດໝາຍ, ດຳລັດວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍ ແລະ ຄໍາແນະນຳ ສະບັບເລກທີ 1077/ກຍ, ກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ຈັດຂຶ້ນຢູ່ທີ່ບ້ານໃໝ່ຫົວເມືອງ ແລະ ບ້ານ ວັດຫຼວງ ເມືອງ ລະມາມ ແຂວງ ເຊກອງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ, ມີພະນັກງານວິຊາການທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ 6 ບ້ານ ຕະຫຼອດຮອດ ພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ 92 ຄົນ, ຍິງ 47 ຄົນ.

ຈຸດປະສົງເພື່ອໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການໃຫ້ບໍລິການ ທາງດ້ານກົດໝາຍ ໃຫ້ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກຕ້ອງການ ການປົກປ້ອງພິເສດ, ແມ່ ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໂດຍບໍ່ເສຍຄ່າ.
ເປົ້າໝາຍ ຫຼື ຜູ້ມີສິດໄດ້ຮັບການຊ່ວຍເຫຼືອ, ສໍາລັບການຊ່ວຍເຫຼືອແມ່ນມີຢູ 4 ປະເພດ ແລະ ຜູ້ທີ່ມີສິດໄດ້ຮັບການຊ່ວຍເຫຼືອແມ່ນມີ 7 ປະເພດ ຈາກນັ້ນ, ກໍໄດ້ໂຄສະນາເຜີຍແຜ່ກົດໝາຍຈຳນວນໜຶ່ງ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍຕ້ານການຄ້າມະນຸດ ແລະ ກົດໝາຍວ່າດ້ວຍຄອບຄົວ.
ໃນຕອນທ້າຍຂອງພິທີ ທ່ານ ຄຳມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທຳແຂວງ, ກໍໄດ້ໂອ້ລົມໃຫ້ຄວາມກະຈ່າງແຈ້ງ ແລະ ຕອບຂໍ້ຂ້ອງໃຈຕໍ່ບັນຫາທີ່ຜູ້ເຂົ້າຮ່ວມໄດ້ຕັ້ງຄຳຖາມຂຶ້ນ ແລະ ທ່ານກໍໄດ້ສະແດງຄວາມຊົມເຊີຍຕໍ່ພໍ່ແມ່ປະຊາຊົນທີ່ເສຍສະຫຼະເວລາມາຮ່ວມໃນຄັ້ງນີ້ ພ້ອມໃຫ້ທິດຊີ້ນຳຫຼາຍດ້ານແກ່ອົງການປົກຄອງບ້ານ ພໍ່ແມ່ປະຊາຊົນທີ່ເຂົ້າມາຮ່ວມຮັບຟັງການໂຄສະນາເຜີຍແຜ່ກົດໝາຍ ໂດຍໄດ້ເນັ້ນໃຫ້ອຳນາດການປົກຄອງບ້ານເພີ່ມທະວີຄວາມເອົາໃຈໃສ່ ເກັບກຳຂໍ້ມູນບຸກຄົນທີ່ເປັນເປົ້າໝາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອຄວາມສະດວກໃນການໃຫ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍໃຫ້ແກ່ກຸ່ມຄົນດັ່ງກ່າວ.

ຖ່າຍພາບ-ຂຽນຂ່າວ: ນາງ ມະນີດາ ເລຫວຽດມ່ວງ