ພະແນກຍຸຕິທຳແຂວງ ເຊກອງ ໄດ້ເຜີຍແຜ່ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ

ໃນວັນທີ 17-18 ທັນວາ 2019 ຜ່ານມານີ້ ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ປະຈໍາພະແນກຍຸຕິທໍາແຂວງ ເຊກອງ ຮ່ວມກັບຫ້ອງການຍຸຕິທໍາເມືອງ ລະມາມ ໄດ້ເຜີຍແຜ່ດຳລັດ ສະບັບເລກທີ 77/ລບ, ຄໍາແນະນຳ ເລກທີ 1077/ກຍ, ກ່ຽວກັບຊ່ວຍເຫຼືອທາງດ້ານກົດໝາຍ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ກຸ່ມ 6 ເມືອງ ລະມາມ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາບາງ ພະສະແຫວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາ ແຂວງ, ມີຮອງຫົວໜ້າພະແນກ, ຫົວໜ້າຫ້ອງການຍຸຕິທໍາເມືອງ ລະມາມ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານກຸ່ມ 6 ຕະຫຼອດຮອດ ພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍເຂົ້າຮ່ວມທັງໝົດ 71 ທ່ານ, ຍິງ 14 ທ່ານ.

ທ່ານ ຄໍາມີ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທໍາ ຜູ້ຊີ້ນຳວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ໄດ້ກ່າວຈຸດປະສົງໃນການເຜີຍແຜ່ດຳລັດ ເລກທີ 77/ລບ ກ່ຽວກັບວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ແລະ ຄໍາແນະນໍາ ເລກທີ 1077/ກຍ, ເພື່ອໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການໃຫ້ບໍລິການ ທາງດ້ານກົດໝາຍ ໂດຍບໍ່ເສຍຄ່າ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາໃຫ້ແກ່ 7 ເປົ້າໝາຍຜູ້ທີ່ມີສິດຮັບການຊ່ວຍເຫຼືອທາງດ້ານກົດໝາຍ ຄື: ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກຕ້ອງການປົກປ້ອງພິເສດ, ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ເນັ້ນໜັກ 4 ປະເພດຂອງການຊ່ວຍເຫຼືອຢ່າງຈະແຈ້ງ, ພ້ອມດຽວກັນນັ້ນ ກໍໄດ້ມີການໂຄສະນາເຜີຍແຜ່ກົດໝາຍຈຳນວນໜຶ່ງ ເປັນຕົ້ນ ແມ່ນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍຕ້ານການຄ້າມະນຸດ, ເຜີຍແຜ່ແນະນໍາວຽກງານສ້າງຄອບຄົວ, ບ້ານແບບຢ່າງປະຕິບັດກົດໝາຍ, ວຽກງານໄກ່ຍເກ່ຍຂໍ້ຂັດແຍ່ງຂັ້ນບ້ານ.

ໃນຕອນທ້າຍຂອງພິທີ ທ່ານ ຄຳບາງ ພະສະແຫວງ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ທ່ານໄດ້ຊົມເຊີຍແກ່ອົງການຈັດຕັ້ງບ້ານ ບັນດາພໍ່ແມ່ປະຊາຊົນທີ່ໄດ້ໃຫ້ຄວາມສໍາຄັນ ແລະ ເສຍສະລະເວລາອັນມີຄ່າຂອງຕົນມາເຂົ້າຮ່ວມໃນຄັ້ງນີ້ ພ້ອມທັງໄດ້ມີຄໍາເຫັນເນັ້ນຕື່ມອີກຫຼາຍບັນຫາຄື: ໃຫ້ອົງການຈັດຕັ້ງບ້ານ ກໍາແໜ້ນເນື້ອໃນດຳລັດ ສະບັບເລກທີ 77/ລບ, ຄໍາແນະນຳ ເລກທີ 1077/ກຍ ແລະ ກົດໝາຍຕ່າງໆ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ແກ່ປະຊາຊົນພາຍໃນບ້ານໃຫ້ເລິກເຊິ່ງຂຶ້ນຕື່ມ.

ຂຽນຂ່າວໂດຍ ລຸ້ງອາລຸນ ແກ້ວສາລີວົງ