ຄັດເລືອກເອົາບຸກຄະລາກອນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ II ຂອງກຳມະບານຮາກຖານພະແນກຍຸຕິທຳ ແຂວງ ເຊກອງ ແລະ ປາຖະກະຖາວັນສ້າງຕັ້ງກຳມະບານລາວ

ໃນຕອນເຊົ້າ ຂອງວັນທີ 22 ມັງກອນ 2020 ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ເຊກອງ, ໄດ້ເປີດກອງປະຊຸມຄັດເລືອກບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ II ຂອງກຳມະບານຮາກຖານພະແນກຍຸຕິທໍາແຂວງ  ແລະ ປາຖະກາຖາມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ ເຂົ້າຮ່ວມເປັນຄະນະປະທານໂດຍ ທ່ານ ຄຳບາງ ພະສະແຫວງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ຄໍາມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ປະທານກຳມະບານຮາກຖານ,  ມີຄະນະກໍາມະບານຮາຖານພະແນກຍຸຕິທໍາແຂວງ ແລະ ສະມາຊິກກໍາມະບານທັງໝົດ ຈຳນວນ 30 ທ່ານ, ຍິງ 13 ທ່ານ.

          ໃນພິທີ ທ່ານ ຄຳມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ປະທານກຳມະບານຮາກຖານ ໄດ້ຂື້ນຜ່ານ ມາດຖານເງື່ອນໄຂຜູ່ສະໝັກເຂົ້າເປັນຄະນະປະທານກຳມະບານຮາກຖານ ຈະຕ້ອງມີແນວຄິດຫຼັກໝັ້ນ ການເມືອງໜັກແໜ້ນ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມທຸ້ມເທ ເສຍສະຫຼະ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານວິຊາສະເພາະກໍ່ຄືການຈັດຕັ້ງມອບໝາຍໃຫ້, ມີຄວາມຊື່ສັດບໍລິສຸດ, ປະຢັດມັດທະຢັດໄດ້ດີ ເຊິ່ງໃນນັ້ນກອງປະຊຸມໄດ້ຄັດບຸກຄະລາກອນເຂົ້າໂຄງປະກອບຮອບທີ I ຈໍານວນ 8 ທ່ານ ແລະ ຮອບທີ II ໄດ້ຄັດເລືອກເອົາຈໍານວນ 5 ທ່ານ ເພື່ອນໍາເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ II ຂອງກໍາມະບານຮາກຖານ.

          ຕໍ່ມາທ່ານ ຄຳມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ປະທານກຳມະບານ ກໍ່ໄດ້ຂຶ້ນປະຖະກະຖາ ມູນເຊື້ອຕົ້ນກຳເນີດຂອງສະຫະພັນກຳມະບານລາວຄັ້ງວັນທີ 1 ກຸມພາ 1956-1 ກຸມພາ 2020 (ຄົບຮອບ 64 ປີ ).
          ໃນຕອນທ້າຍພິທີ ທ່ານ ຄຳບາງ ພະສະແຫວງ  ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ກໍ່ໄດ້ມີຄຳເຫັນ ສະແດງຄວາມຍ້ອງຍໍຊົມເຊີຍໃນການຄັດເລືອກຄັ້ງນີ້ ແລະ ເນັ້ນໜັກຫຼາຍບັນຫາເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກຳມະບານດັ່ງກ່າວໃຫ້ມີປະສິດທິພາບ ແລະ ຜົນສຳເລັດຕາມຄາດໝາຍ ແລະ ເວົ້າເຖີງຄວາມໝາຍຂອງວັນສຳຄັນແຕ່ລະວັນປະຫວັດສາດໃຫ້ບັນດາພະນັກງານ-ລັດຖະກອນຮັບຮູ້ ແລະ ເປັນບົດຮຽນທີ່ດີໃຫ້ແກ່ຄົນຮຸ່ນຫຼັງຈະນຳເອົາໄປນຳໃຊ້, ທັງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນເຖິງວິລະບຸລຸດຂອງຊາດລາວ, ເປັນບົດຮຽນອັນຍິ່ງໃຫ່ຍທີ່ຈະຕ້ອງນຳເຂົ້າມາໃຊ້ໃນການປະຕິບັດໜ້າທີ່ວຽກງານ.

          ກອງປະຊຸມດຳເນີນດ້ວຍບັນຍາກາດ ຟົດຟື້ນ ແລະ ໄດ້ປິດລົງເວລາ 11:00 ນາທີ.

 

ພາບ-ຂ່າວ: ມະນີດາ ເລຫວຽດມ່ວງ

ກວດແກ້ໂດຍ: ທ່ານ ຄຳມິ່ງ ໄຊຍະຈັກ.