ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢູ່ພະແນກຍຸຕິທຳ ແຂວງ ເຊກອງ

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນວັນທີ 1 ມິຖຸນາ  2018 ທີ່ຜ່ານມາ ພະແນກຍຸຕິທໍາແຂວງເຊກອງ, ໄດ້ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນຂຶ້ນ, ໃຫ້ກຽດເປັນປະທານໂດຍ ທ່ານ ທອງຄຳ  ທຳມະວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ທັງເປັນຄະນະກຳມະທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກຂອງແຂວງ, ທ່ານ ນາງ ມະນີວອນ  ສາຍນໍ້າລິນ ຮອງປະທານຄະນະກຳມະທິການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກຂອງແຂວງ ເຊກອງ, ພ້ອມດ້ວຍບໍລິສັດລາວໂທລະຄົມສາຂາແຂວງ ເຊກອງ, ມີຄອບຄົວຂອງ ທ່ານ ຫົວໜ້າພະແນກຍຸຕິທຳແຂວງ, ບັນດາພະນັກງານພາຍໃນພະແນກ ພ້ອມດ້ວຍຄອບຄົວ ເຂົ້າຮ່ວມ ທັງໝົດ 143 ຄົນ, ໃນນັ້ນ ມີຫຼານນ້ອຍເຂົ້າຮ່ວມ 57 ຄົນ.

ກິດຈະກຳສະເຫຼີມສະຫຼອງວັນເດັກ ມີການຫຼີ້ນເກມ ແລະ ແຂ່ງຂັນກິລາຂອງຫຼານນ້ອຍ ປະເພດຕ່າງໆ ເຊັ່ນ: ເກມແຂ່ງຂັນຢຽບປູມເປົ້າໃຫ້ແຕກ, ເກມກິນໝາກກ້ວຍ ພາຍຫຼັງສິ້ນສຸດຫຼີ້ນເກມແລ້ວ ຄະນະນຳພະແນກຍຸຕິທຳແຂວງ ໄດ້ແຈກຢາຍຂະໜົມ, ຂອງຂັວນລາງວັນ ເພື່ອໃຫ້ແກ່ຫຼານນ້ອຍ.

ໃນວັນດຽວກັນນັ້ນເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ມີຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ບັນດາຫົວໜ້າພະແນກການ ພ້ອມດ້ວຍ ທ່ານ ຄຳບາງ  ພະສະແຫວງ ເລຂາໜ່ວຍພັກຫົວໜ້າພະແນກຍຸຕິທຳແຂວງ ແລະ ພະນັກງານພະແນກຍຸຕິທຳແຂວງ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ຢູ່ໂຮງຮຽນ ມສ ບ້ານຊຽງຫຼວງ ເມືອງດາກຈຶງ ແຂວງ ເຊກອງ ເພື່ອຕ້ອນຮັບວັນດັ່ງກ່າວ ຢ່າງເປັນຂະບວນການຟົດຟື້ນ.

ຂຽນຂ່າວ-ຖ່າຍພາບ: ພູພຽງໃຈ  ພິມມະວົງສາ