ກອງປະຊຸມເຜີຍເເຜ່ດໍາລັດວ່າດວ້ຍ ການຊວ່ຍເຫຼືອທາງດ້ານກົດໝາຍ

ໃນຕອນເຊົ້າຂອງວັນທີ 3 ຕຸລາ ປີ 2018 ເວລາ 8 ໂມງ : 30 ນາທີ ທີ່ຫ້ອງປະຊຸມພະເເນກຍຸຕິທໍາເເຂວງ ເຊກອງ ໄດ້ເປີດກອງປະຊຸມເຜີຍເເຜ່ດໍາລັດວ່າດວ້ຍ ການຊວ່ຍເຫຼືອທາງດ້ານກົດໝາຍ ໃຫ້ກຽດເປັນປະທານໂດຍ ທ່ານ ປທ. ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ ພ້ອມດ້ວຍຄະນະ, ມີບັນດາຄະນະພະເເນກ, ຫົວໜ້າຂະເເໜງ, ຮອງຫົວໜ້າຂະເເໝງ, ພະນັກງານວິຊາການ, ບັນດາຫ້ອງການຍຸຕິທໍາເມືອງ ລະມາມ ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 17 ທ່ານ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ເເມ່ນເພື່ອຮັບຟັງການເຜີຍເເຜ່ດໍາລັດຂອງລັດຖະບານວ່າດວ້ຍ ການຊ່ວຍເຫຼືອທາງດ້ານກົດໝາຍສະບັບເລກທີ 77/ລບ, ລົງວັນທີ28 ກຸມພາ 2018 , ຄໍາເເນາະນໍາຂອງລັດຖະມົນຕີກະຊວງຍຸຕິທໍາກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ໃນພິທີດັ່ງກ່າວນີ້ ໄດ້ຮັບຟັງການລາຍງານຫຍໍ້ຜົນການຈັດຕັ້ງປະຕິບັດໃນໄລຍະ 1 ປີ ຜ່ານມາໃນວຽກງານຊວ່ຍເຫຼືອທາງດ້ານກົດໝາຍ, ໃຫ້ກຽດຂື້ນຜ່ານໂດຍ ທ່ານ ຄໍາມິ່ງ ໄຊຍະຈັກ ຮອງຫົວໜ້າພະເເນກຍຸຕິທໍາເເຂວງ ຫຼັງຈາກໄດ້ຮັບຟັງການລາຍງານຈາກຄະນະພະເເນກຍຸຕິທໍາ, ຈາກນັ້ນ ທ່ານ ປທ. ວິກອນ ບຸນວິໄລ ປະທານກອງປະຊຸມກໍໄດ້ກ່າວຕໍ່ກອງປະຊຸມກ່ຽວກັບວຽກງານຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ຄິດຄ່າ ໃຫ້ເເກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການປົກປ້ອງພິເສດ, ຜູ້ກະທໍາຜິດທີ່ກົດໝາຍກໍານົດໄວ້ຕ້ອງໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ ເເມ່ຍິງ ເເລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນເເຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍຜ່ານອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຕໍ່ກັບບັນຫາດັ່ງກ່າວນີ້ ຖ້າຫາກມີບຸກຄົນຕ້ອງການທີ່ຈະປຶກສາ ທາງດ້ານກົດໝາຍ ຫຼື ຕ້ອງການຄວາມຊ່ວຍເຫຼືອທາງດ້ານກົດໝາຍ ພະນັກງານຜູ້ທີ່ຮັບຜິດຊອບຕ້ອງໄດ້ໃຫ້ຄວາມຊ່ວຍເຫຼືອຢ່າງເຕັມທີ່ ໂດຍບໍ່ໄດ້ຄິດຄ່າໃດໆທັງນັ້ນ ບໍ່ວ່າຈະເປັນການສະໜອງຂໍ້ມູນຂ່າວສານ, ການໃຫ້ຄໍາປຶກສາທາງດ້ານກົດໝາຍ, ການຊ່ວຍເຫຼືອໃນການຮ່າງເອກກະສານ ການເປັນຜູ້ຕາງໜ້າໃນການດໍາເນີນຄະດີ ເເລະ ອື່ນໆ ຕາມທີ່ກົດໝາຍໄດ້ກໍານົດໄວ້. ນອກຈາກນີ້, ທ່ານປະທານ ກອງປະຊຸມກໍໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະເເມ່ນຂະເເໜງສົ່ງເສີມລະບົບຍຸຕິທໍາ ເເມ່ນໃຫ້ເລີ່ມຈັດຕັ້ງປະຕິບັດໂດຍທັນທີ ຕາມດໍາລັດສະບັບນີ້.

ໃນຕອນທ້າຍ ທ່ານ ຄໍາບາງ ພະສະເເຫວງ ເລຂາໜ່ວຍພັກຮາກຖານ, ຫົວໜ້າພະເເນກຍຸຕິທໍາເເຂວງ ກໍໄດ້ກ່າວສະເເດງຄວາມຂອບໃຈ ທີ່ທິມງານກົມສົ່ງເສີມລະບົບຍຸຕິທໍາ ໄດ້ໃຫ້ກຽດສະຫຼະເວລາອັນມີຄ່າ ເເລະ ໄດ້ນໍາເອົາດໍາລັດດັ່ງກ່າວລົງມາເຜີຍເເຜ່ເຖິງຂັ້ນທ້ອງຖິ່ນ ເເລະ ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນ ກ່ຽວກັບວຽກງານຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ຄິດຄ່າ. ໃນນີ້ກໍເພື່ອປົກປ້ອງສິດ ເເລະ ຜົນປະໂຫຍດຂອງ ຜູ້ທຸກຍາກ, ຜູ້ດ້ອຍໂອກາດ ເເລະ ຜູ້ອື່ນໆ ທີ່ກົດໝາຍໄດ້ກໍານົດໄວ້ ເເລະ ຈະນໍາເອົາເນື້ອໃນດັ່ງກ່າວນີ້ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນດີ.

ນາງ ລັດດາວັນ ຄໍາພູມີ