ພະແນກຍຸຕິທຳແຂວງ ເຊກອງ ປະເມີນຜົນຄືນ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2019.

ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2019 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ເຊກອງ ໄດ້ຈັດມີພິທີປະເມີນຜົນ ແຜນກໍານົດພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ຄຳບາງ ພະສະແຫວງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ມີຕາງໜ້າຈາກອົງການກວດກາພັກ-ລັດ, ຄະນະຈັດຕັ້ງ, ພະແນກພາຍໃນແຂວງ ຕະຫຼອດຮອດພະນັກງານພາຍໃນພະແນກຍຸຕິທຳເຂົ້າຮ່ວມ ທັງໝົດ 27 ທ່ານ, ຍິງ 15 ທ່ານ.

ໃນພິທີດັ່ງກ່າວ ທ່ານ ສຸວັນວິໄລ ແກ້ວວິໄລ ຮອງຫົວໜ້າພະແນກພາຍໃນແຂວງ ໃຫ້ກຽດຂຶ້ນຜ່ານ ດໍາລັດ ສະບັບເລກທີ 461/ລບ, ລົງວັນທີ 9/10/2018 ວ່າດ້ວຍ ມາດຖານຕໍາແໜ່ງບໍລິຫານຂອງລັດຖະກອນແຫ່ງ ສປປ ລາວ, ນອກຈາກນີ້ທ່ານກໍໄດ້ເນັ້ນຄືນບາງບັນຫາທີ່ສຳຄັນ ກ່ຽວກັບການປະເມີນແຕ່ລະມາດຖານ ບໍ່ວ່າຈະເປັນ ດ້ານການເມືອງ-ແນວຄິດ, ດ້ານຄວາມຮູ້, ຄວາມສາມາດ, ແບບແຜນວິທີເຮັດວຽກ ເພື່ອຊອກຫາບຸກຄະລາກອນທີ່ມີຄຸນນະພາບ ເຂົ້າໃສ່ຕຳແໜ່ງງານດັ່ງກ່າວ. 
ວາລະຕໍ່ມາ ທ່ານ ຄຳບາງ ພະສະແຫວງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ໃຫ້ກຽດຂຶ້ນຜ່ານແຈ້ງການແນະນໍາຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 24/ຄຈຂ, ລົງວັນທີ 20/2/2019 ວ່າດ້ວຍ ການກະກຽມປະເມີນຜົນ ແຜນກຳນົດພະນັງານນໍາພາ-ຄຸ້ມຄອງ ຊຶ່ງທ່ານກໍໄດ້ເນັ້ນໜັກຕື່ມ ກ່ຽວກັບການປະເມີນ ຕ້ອງຕິດພັນກັບການດຳເນີນຊີວິດການເມືອງ, ເປົ້າໝາຍການເຂົ້າຮ່ວມຕ້ອງແມ່ນຄະນະພັກ, ສະມາຊິກພັກສົມບູນ ແລະ ຄະນະຮັບຜິດຊອບການສ້າງແຜນ ກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ເພື່ອຄວາມໂປ່ງໃສ.
ທ່ານ ວົງໄພບູນ ພະວົງຈັນ ຮອງຫົວໜ້າຂະແໜງຄຸ້ມຄອງ-ພະນັກງານ ກໍໄດ້ຜ່ານບາງເນື້ອໃນຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ກມສພ, ລົງວັນທີ 26/4/2018 ຊຶ່ງທ່ານໄດ້ມີຄຳເຫັນບາງບັນຫາກ່ຽວກັບວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານ ເພື່ອຄວາມເປັນເອກະພາບ ແລະ ດຳເນີນການສ້າງແຜນກຳນົດພະນັກງານໃຫ້ມີຄຸນນະພາບ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ.
ໃນຕອນທ້າຍກອງປະຊຸມ ທ່ານ ຄໍາບາງ ພະສະແຫວງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງໄດ້ໂອ້ລົມຕໍ່ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳ ຕ້ອງມີຄວາມຫ້າວຫັນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ພັດທະນາຕົນເອງ ເຮັດວຽກຕ້ອງມີການກວດກາ, ມີໄຫວພິບ, ປະຕິບັດຕາມກົດໝາຍ ແລະ ລະບຽບ, ເປັນແບບຢ່າງນຳໜ້າທີ່ດີໃຫ້ແກ່ມະຫາຊົນ ນອກຈາກວຽກງານວິຊາສະເພາະແລ້ວ ຕ້ອງໄດ້ບຸກບືນສ້າງເສດຖະກິດຄອບຄົວເພື່ອສົ່ງເສີມ ແລະ ພັດທະນາຄອບຄົວ ໃຫ້ດີຂຶ້ນເທື່ອລະກ້າວ. 

ຂ່າວ-ຖ່າຍພາບໂດຍ: ມະນີດາ ເລຫວຽດມ່ວງ.

ປະເພດຂ່າວ: