ພະແນກຍຸຕິທຳແຂວງອຸດົມໄຊ ເປິດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 4 ປະຈຳປີ 2018

      ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ແລະ ພະນັກງານນັກຮົບຂອງແຂວງ ແລະ ເມືອງ ພາຍ​ໃນ​ແຂວງ​ອຸດົມ​ໄຊ ໄດ້ຮັບຮູ້ ​ແລະ  ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນ​ກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ​ແລະ ລະບຽບການຂອງລັດ. 

     

     ໃນຕອນເຊົ້າຂອງວັນທີ 30 ເມສາ 2018 ຜ່ານ​ມາ​ນີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳ ແຂວງອຸດົມໄຊ ໄດ້ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະ 45 ວັນ ຊຸດທີ 4 ປະຈຳປີ 2018 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄຳແສນ ຊາວມົ້ງວື້ ຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ຕະຫຼອດຮອດນັກສຳມະນາກອນ ​ແລະ ​ແຂກ​ຖືກ​ເຊີນເຂົ້າຮ່ວມຢ່າງພ້ອມພຽງ.

      ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແມ່ນເລີ່ມຮຽນຢ່າງເປັນທາງການໃນວັນທີ 2 ພຶດສະພາ 2018 ຜ່ານ​ມາ ຄູ-ອາຈານທີ່​ມາ​ສິດສອນ​ໃນ​ຄັ້ງ​ນີ້ ມີຈຳນວນ​ທັງໝົດ 18 ທ່ານ, ຍິງ 3 ທ່ານ ແລະ ນັກສຳມະນາກອນ ທີ່ມາຈາກພະແນກການອ້ອມ​ຂ້າງ​ແຂວງ ແລະ ສອງກອງບັນຊາການທະຫານ, ຕໍາຫຼວດແຂວງ ​ເຂົ້າ​ຮ່ວມ​ຝຶກ​ອົບຮົມທັງໝົດ 48 ທ່ານ, ຍິງ 3 ທ່ານ, ຊຶ່ງຊຸດຝຶກອົບຮົມຄັ້ງນີ້ ​ແມ່ນ​ຈະ​ໄດ້​ນຳ​ເອົາຫຼັກສູດ​ການ​ຮຽນກໍ​ຄືພາກທິດສະດີ ແລະ ພາກກົດໝາຍ ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ໃຊ້ເວລາຮຽນທັງໝົດ 45 ວັນ ຈຶ່ງຈະສຳເລັດ.

ຂ່າວ ພະ​ແນ​ກຍຸຕິ​ທຳ​ແຂວງ​ອຸດົມ​ໄຊ

ປັບປຸງ​ຂ່າວ ອ່ອນ​ຄຳ