ຜົນສຳເລັດການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ຢູ່ເມືອງແບງ ແຂວງອຸດົມໄຊ

ວຽກງານຍຸຕິທຳຮາກຖານ ແມ່ນໜຶ່ງໃນວຽກທີ່ສຳຄັນທີ່ປະກອບສ່ວນຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລັດຖະທຳມະນູນ ເວົ້າລວມ, ເວົ້າສະເພາະກໍຄື ວຽກງານກໍ່ສ້າງຮາກຖານການເມືອງ ແລະ ການສ້າງສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍໃຫ້ແກ່ພົນລະເມືອງ ໃນຂອບເຂດທົ່ວປະເທດ ກໍຄື ປະຊາຊົນ ເມືອງ ແບງ ແຂວງ ອຸດົມໄຊ.

ເນື້ອໃນສຳຄັນຂອງວຽກງານດັ່ງກ່າວ ທີ່ເຄື່ອນໄຫວຢູ່ໃນຂອບເຂດທົ່ວປະເທດມີຄື: ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພົນລະເມືອງບັນດາເຜົ່າ; ປະກອບຕູ້ປຶ້ມກົດໝາຍປະຈຳບ້ານ; ສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ; ສ້າງ, ປັບປຸງ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ; ວຽກງານຍຸຕິທຳເດັກ; ຝຶກອົບຮົມກົດໝາຍ 45 ວັນ, ສ້າງບຸກຄະລາກອນກົດໝາຍໃຫ້ບ້ານ ແລະ ກຸ່ມບ້ານ. ໃນ 7 ເນື້ອໃນນີ້ ສະເພາະ ປີ 2018 ເມືອງແບງ ແຂວງ ອຸດົມໄຊ ໄດ້ເຄື່ອນໄຫວ ດັ່ງນີ້: ໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນຢູ່ຮາກຖານບ້ານ ຢູ່ເຂດພູດອຍໄດ້ 18 ບ້ານ ມີຜູ້ເຂົ້າຮ່ວມຮັບຟັງ 1,340 ຄົນ; ໄດ້ປະກອບຕູ້ປື້ມກົດໝາຍ ໄດ້ 2 ບ້ານ; ສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍໄດ້ 5 ບ້ານ ຄື: ບ້ານນາງົວ, ບ້ານໂຮມ, ບ້ານນ້ຳຕຸ້ຍ, ບ້ານ ຂ້ອນ; ສ້າງ, ປັບປຸງ, ຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໄດ້ 20 ບ້ານ, ມີ 100 ທ່ານ, ຍິງ 2 ທ່ານ; ວຽກງານຍຸຕິທຳເດັກ ໄດ້ເຜີຍແຜ່ກົດໝາຍທີ່ພົວພັນກັບເດັກ ຢູ່ 4 ໝວດໂຮງຮຽນ ມີ ຄູ-ອາຈານ, ນ້ອງນັກຮຽນ ເຂົ້າຮ່ວມ 1,160 ຄົນ; ສ້າງບຸກຄະລາກອນກົດໝາຍໃຫ້ພະນັກງານ ອ້ອມຂ້າງເມືອງ ໄດ້ 35 ທ່ານ.

ໃນນີ້ ທ່ານ ໜານທັນ ພັນທະວົງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ສະຫຼຸບວຽກງານວ່າ: ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃນສົກປີນີ້ ມີຂໍ້ດີຫຼາຍຢ່າງ ເຊັ່ນ: ສາມາດລະດົມພະນັກງານ, ທະຫານ, ຕຳຫຼວດທີ່ມີຕຳແໜ່ງບໍລິຫານ ຂັ້ນຮອງຫົວໜ້າຫ້ອງການ ລົງຮອດວິຊາການຢູ່ທົ່ວຂະແໜງການອ້ອມຂ້າງເມືອງເຂົ້າຮຽນກົດໝາຍຊັ້ນຕົ້ນ ເຮັດໃຫ້ການຮຽນມີຄຸນນະພາບສູງກວ່າທຸກໆປີ ຜ່ານມາ, ສາມາດນຳເອົາກົດໝາຍໄປເຖິງປະຊາຊົນຢູ່ເຂດຫ່າງໄກໄດ້ບັນລຸຕາມແຜນທີ່ວາງໄວ້ ຜົນສຳເລັດທີ່ໄດ້ມາ ແມ່ນຍ້ອນການຊີ້ນຳ-ນຳພາ ຂອງຄະນະພັກ-ຄະນະນຳ ກະຊວງຍຸຕິທຳ ແລະ ການນຳພາຢ່າງໃກ້ສິດຂອງ ພະແນກ ຍຸຕິທຳແຂວງ ອຸດົມໄຊ, ການນຳຂັ້ນເມືອງ, ຫ້ອງການຍຸຕິທຳເມືອງ ແລະ ຂະແໜງການອ້ອມຂ້າງໃຫ້ການຮ່ວມມືເປັນຢ່າງດີ ຄຽງຄູ່ກັບດ້ານດີ ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ເປັນຕົ້ນ ການສ້າງສະຕິເຄົາລົບ ແລະ ຈັດຕັ້ງປະຕິບັດກົດໝາຍ ໃຫ້ແກ່ພົນລະເມືອງ ເຮັດໄດ້ບໍ່ທັນມີຫຼາຍຮູບ, ຫຼາຍສີ; ເສັ້ນທາງໄປສູ່ປະຊາຊົນເຂດພູດອຍຫ່າງໄກສອກຫຼີກ ແມ່ນມີຄວາມຫຍຸ້ງຍາກ ແລະ ພະນັກງານວິຊາການກົດໝາຍ ມີຈຳນວນຈຳກັດ ແລະ ບໍ່ທັນໄດ້ຜ່ານການຝຶກອົບຮົມ.

ເຖິງຢ່າງໃດກໍຕາມ ທ່ານ ກາງ ປາວຢາງ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ແບງ ໄດ້ຕີລາຄາຕໍ່ກອງປະຊຸມ ສະຫຼຸບວຽກງານຍຸຕິທຳຮາກຢູ່ເມືອງແບງ ບາງຕອນວ່າ: ວຽກງານນີ້ມີຄວາມສຳຄັນໂດຍກົງຕໍ່ການພັດທະນາ ເມືອງແບງ ມີຄວາມຈຳເປັນຕ້ອງໄດ້ສືບຕໍ່ເຮັດໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ຊຶ່ງເນື້ອແທ້ຂອງວຽກງານດັ່ງກ່າວ ແມ່ນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການ ຂອງລັດ ເຂົ້າສູ່ການດຳລົງຊີວິດຕົວຈິງຂອງປະຊາຊົນ ເຮັດໃຫ້ປະຊົນບັນດາເຜົ່າຮັບຮູ້, ເຂົ້າໃຈ ແລະ ເພີ່ມທະວີການສ້າງສະຕິຕໍ່ກົດໝາຍ ປະຕິບັດສິດ ແລະ ພັນທະຂອງຕົນຕໍ່ປະເທດຊາດ ຢ່າງເຕັມສ່ວນ.

ຂຽນຂ່າວ-ຖ່າຍພາບ: ເພັງພາວັນ ອິນທະວົງ ກົມໂຄສະນາເຜີຍແຜ່ກົດໝາຍ