ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ V ກຳ​ມະ​ບານ​ຮາກ​ຖານ​ຂອງ​ພະ​ແນກ​ຍຸ​ຕິ​ທຳ ແຂວງ ອຸ​ດົມ​ໄຊ

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ V ຂອງກຳ​ມະ​ບານ​ຮາກ​ຖານ​ພະ​ແນກ​ຍຸ​ຕິ​ທຳ ແຂວງອຸ​ດົມ​ໄຊ, ໄດ້​ຈັດ​ຂື້ນ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 26 ເມ​ສາ 2019 ​ທີ່​ຫ້ອງ​ປະ​ຊຸມ​ຂອງ​ພະ​ແນກ​ຍຸ​ຕິ​ທຳ, ໂດຍ​ການ​ເປັນ​ປະ​ທານ ຂອງ​ທ່ານ ວຽງ​ເງີນ ວົງ​ລັດ​ສະ​ໝີ ປະ​ທານ​ກຳ​ມະ​ບານ​ຮາກ​ຖານພະ​ແນກ​ຍຸ​ຕິ​ທຳ ແຂວງ​ອຸ​ດົມ​ໄຊ, ເຂົ້າ​ຮ່ວມ​ມີ ທ່ານ ໄຊ​ພອນ ຖົມ​ປະ​ດິດ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ປະ​ທານ​ສະ​ຫະ​ພັນ​ກຳ​ມະ​ບານ​ແຂວງ​ອຸ​ດົມ​ໄຊ, ທ່ານ ສອນ​ສຸ​ວັນ ປັນ​ຍາ​ວົງ ຮອງ​ເລ​ຂາ​ໝ່ວຍ​ພັກ ຮອງ​ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ອຸ​ດົມ​ໄຊ ມີ​ບັນ​ດາ​ແຂກ​ເຊີນ ຕະຫຼອດ​ຮອດ​ສະ​ມາ​ຊິກ​ກຳ​ມະ​ບານ​ພະ​ແນກ​ຍຸ​ຕິ​ທຳ​ເຂົ້າ​ຮ່ວມ.

ໃນ​ພິ​ທີ​ ທ່ານ​ ວຽງ​ເງີນ ວົງ​ລັດ​ສະ​ໝີ ປະ​ທານ​ກຳ​ມະ​ບານ​ຮາກ​ຖານ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ອຸ​ດົມ​ໄຊ​ ໄດ້​ກ່າວ​ເປີດກອງ​ປະ​ຊຸມ ພ້ອມ​ທັງ​ຜ່ານ​ບົດ​ລາຍ​ງານການ​ເມືອງ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ V ຂອງກຳ​ມະ​ບານ​ຮາກ​ຖານ​ຂອງ​ພະ​ແນກ​ຍຸ​ຕິ​ທຳ​ແຂວງອຸ​ດົມ​ໄຊ ຕະຫຼອດ​ໄລ​ຍະ 3 ປີ ກໍ​ຄື​: ການ​ປະ​ຕິ​ບັດ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ   IV ທີ​່ຜ່າ​ນ​ມາ ຄະ​ນະ​ກຳ​ມະ​ບານ​ພະ​ແນກ​ຍຸ​ຕິ​ທຳ​ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມກວດ​ກາ ຕີ​ລາ​ຄາ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ສະ​ຫາຍ, ກວດ​ກາ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ ກຳ​ແໜ້ນ​ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ ແລະ ລະ​ບຽບ​ຂອງກຳ​ມະ​ບານ ເປັນ​ຕົ້ນ ​​ການກວດ​ກາ​ເ​ງິນ​ບຳ​ລຸງ​ກຳ​ມະ​ບານ, ນອກນີ້​ສຳ​ມາ​ຊິກທຸກ​ສະ​ຫາຍ​ຍັງ​ໄດ້​ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວິ​ຊາ​ສະ​ເພາະ​ໃນ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳຂອງ​ກຳ​ມະ​ບານ-ຊາວ​ຜູ້​ອອກ​ແຮ​ງານ ໂດຍ​ສະ​ເພາະ​ໄດ້​ປົກ​ປ້ອງ​ແມ່​ຍິງ ແລະ ເດັກ​ນ້ອຍ​ຕາມ​ກົດ​ໝາຍ​ໃນ​ຂອບ​ເຂດ​ທີ່​ຕົ້ນ​ຮັບ​ຜິດ​ຊອບ​ຢ່າງ​ເປັນ​ເຈົ້າ​ການ, ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ເນື້ອ​ໃນຂໍ້​ແຂ່ງ​ຂັ້ນ 5 ເປັນ​ເຈົ້າ​ຕິດ​ພັນ​ກັບ​ຂະ​ບວນ​ການ​ຮັກ​ຊາດ ແລະ ພັດ​ທະ​ນາ​ຄຳ​ຂັວນ 6 ສໍ, 3 ຫຼຸດ, 3 ເພີມ​ ທີ່​ໄດ້ວາງ​ອອກ; ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ມີ​ສະ​ມາ​ຊິກ​ກຳ​ມະ​ບານ​ທັງ​ໝົດ 38 ສະ​ຫາຍ, ຍິງ 12 ສະ​ຫາຍ​, ທຽບ​ກັບ​ຈຳ​ນວນ​ພົນ​ທັງ​ໝົດ​ເທົ່າ​ກັບ 100 %, ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ທັງ​ໝົດ 35 ສະ​ຫາຍ, ຍິງ 09 ສະ​ຫາຍ, ໄປ​ຍົກ​ລະ​ດັບ​ວິ​ຊາ​ສະ​ເພາະ​ຕ່າງໆທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ 13 ສະ​ຫາຍ, ຍິງ 1 ສະ​ຫາຍ, ຮຽນ​ທິ​ສະ​ດີ​ການ​ເມືອງ ແລະ ການ​ປົກ​ຄອງ 4 ສະ​ຫາຍ, ຍິງ 2 ສະ​ຫາຍ ແລະ ອື່ນໆ​ ກອງ​ປະ​ຊຸມ​ຍັງ​ໄດ້ຜັນ​ປ່ຽນ​ກັນ​ປະ​ກອບ​ຄຳ​ຄິດ-ຄຳ​ເຫັນ​ຕໍ່​ກັບ​ໝາກ​ຜົນ​ວຽກ​ງາ​ນ​ທີ່​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຕໍ່​ໜ້າ​ໃຫ້​ໄດ້​ຮັບ​ຜົນ​ດີກວາ​ເ​ກົ່າ, ຫຼັງ​ຈາກນັ້ນ ​ກໍ່​ໄດ້​ຮັບ​ຟັງ​ຜ່ານ​ບົດ​ສຳຫຼວດ​ການ​ນຳ​ພາ​ຂອງ​ຄະ​ນະ​ຊຸດ​ເກົ່າ ແລະ ມາ​ດຖານ​ເງື່ອນ​ໄຂ​ພ້ອມ​ລາຍ​ຊື່​ຜູ້​ສະ​ໝັກ​ຊຸດ​ໃໝ່ ຈຳ​ນວນ 5 ສະ​ຫາຍ, ເລືອກ​ເອົາ 3 ສະ​ຫາຍ ຜ່ານ​ການ​ປ່ອນ​ບັດ​ໄດ້​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ ສະ​ຫາຍ ລຽງ ພິມ​ຍົງ​ຄຳ ເປັນ​ປະ​ທານ, ສະ​ຫາຍ ໂທວື ໄຊ​ຕົງ ເປັນ​ຮອງ ແລະ ສະ​ຫາຍ ນ. ຕູ່ນ​ມະ​ນີ ປັນ​ຍາ​ສິດ ເປັນ​ຄະ​ນະ​​ຊຸດ​ໃໝ່ ພ້ອມ​ດຽວ​ກັນ​ນັ້ນ​ຍັງ​ໄດ້​ແຕ່ງ​ຕັ້ງ​ສະ​ຫາຍ ໂທວື ໄຊ​ຕົງ ເປັນ​ປະ​ທ່ານກວດ​ກາ ແລະ ສ​ະ​ຫາຍ ສີ​ສະ​ຫວາດ ອິນ​ແກ້ວ​ມະ​ນີ ເປັນ​ຮອງ​ປະ​ທານກວດ​ກາ

ຕ​ອນ​ທ້າຍ ທ່ານ ໄຊ​ພອນ ຖົມ​ປະ​ດິດ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ​ປະ​ທານ​ສະ​ຫະ​ພັນ​ກຳ​ມະ​ບານ​ແຂວງ ​ອຸ​ດົມ​ໄຊ ຍັງ​ໄດ້​ໂອ​້ລົມຕໍ່​ກອງ​ປະ​ຊຸມ ເຊິ່ງກອນ​ອື່ນ​ທ່ານ​ກໍ່​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ທີ່​ຄະ​ນະ​ຊຸດ​ເກົ່າ​ພ້ອມ​ກັບ​ສະ​ມາ​ຊິກ​ກຳ​ມະ​ບານ​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ ພ້ອມນີ້​ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ຕໍ່​ຄະ​ນະ​ຊຸດ​ໃໝ່​ຈົ່ງ​ພ້ອມ​ກັນ​ສືບ​ຕໍ່​ສືກ​ສາ​ອົບ​ຮົມ​ການ​ເມືອງ​ເ​ເນວ​ຄິດ ປັບ​ປຸງ​ແບບ​ແຜນ​ການ​ຄຸ້ມ​ຄອງ​ນຳ​ພາ​ບັນ​ຊາ​ສະ​ມາ​ຊິກ ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຂອງ​ສະ​ຫະ​ພັນ​ກຳ​ມະ​ບານ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ຍົກ​ສະ​ຕິ​ເປັນ​ເຈົ້າ​ການ​ປົກ​ປ້ອງ​ສິດ​ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ, ຊາວ​ຜູ້​ອອກ​ແຮງ​ງານ ປະ​ຕິ​ບັດ​ຕາມ​ແນວ​ທາງ​ລະ​ບຽບ​ກົດ​ໝາຍ, ມະ​ຕິ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ​ຢ່າງ​ເຂັ້ມ​ງວດ, ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຂໍ້​ແຂງ​ຂັ້ນ 5 ເປັນ​ເຈົ້າ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ແລະ ເປັນ​ຂະ​ບວນ​ຟົດ​ຟື້ນ​ໃຫ້​ດີ​ກ່​ວາ​ເກົ່າ.

                                                            ຂຽນ​ໂດຍ ນາງ ພູ​ຄຳ ຫັດ​ສະ​ດີ