ກອງປະຊຸມພົບປະແລກປ່ຽນວຽກງານຍຸຕິທຳ 6 ແຂວງພາກເໝືອ ຄັ້ງທີ II ທີ່ ແຂວງອຸດົມໄຊ

ກອງປະຊຸມພົບປະແລກປ່ຽນວຽກງານຍຸຕິທຳລະຫວ່າງພະແນກຍຸຕິທຳ 6 ແຂວງພາກເໝືອ ຄັ້ງທີ II ທີ່ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 1 ມີນາ 2019 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ບຸນລອດ ອ່ອນພະຈັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຫົວໜ້າພະແນກຍຸຕິທຳ 6 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ບໍ່ແກ້ວ, ຫຼວງນຳທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງ ອຸດົມໄຊ ມີຮອງພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການພະແນກຍຸຕິທຳຈາກ 6 ແຂວງເຂົ້າຮ່ວມທັງໝົດຈຳນວນ 152 ຄົນ, ຍິງ 55 ຄົນ.

ໃນພິທີຄະນະນຳທັງ 6 ພະແນກໄດ້ຜັດປ່ຽນກັນລາຍງານກ່ຽວກັບສະພາບຈຸດພິເສດໂດຍລວມ, ໂຄປະກອບດ້ານການຈັດຕັ້ງ, ການເຄື່ອນໄຫວປະຕິບັດວຽກງານວິຊາສະເພາະຕາມຂອບເຂດສິດໜ້າທີ່, ພາລະບົດບາດຂອງຕົນໃຫ້ກັນຊາບ ພ້ອມນັ້ນກໍໄດ້ຍັງມີການສົນທະນາແລກປ່ຽນບົດຮຽນກ່ຽວກັບຂອດການຈັດຕັ້ງປະຕິບັດວຽກງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ເປັນຕົ້ນ ວຽກງານກົດໝາຍ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານສົ່ງເສີມລະບົບຍຸຕິທຳ, ວຽກງານທະບຽນສານ, ວຽກງານປະຕິບັດຄຳຕັດສີນຂອງສານ, ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ວຽກງານບໍລິຫານ ແລະ ບັນດາແຜນການດ້ານອື່ນໆ ເພື່ອເປັນການແລກປ່ຽນຖອດຖອນບົດຮຽນເຊິດຊູດ້ານປະສິດທິພາບຂອງວຽກງານຍຸຕິທຳ ລະຫວ່າງ 6 ແຂວງ ໃຫ້ນັບມື້ມີການພັດທະນາດີຂຶ້ນເປັນກ້າວໆ ກອງປະຊຸມພົບປະແລກປ່ຽນບົດຮຽນໃນຄັ້ງນີ້: ຄະນະຜູ້ແທນແຕ່ລະແຂວງຍັງໄດ້ຕົກລົງໃຫ້ພະແນກແຂວງ ບໍ່ແກ້ວ ເປັນເຈົ້າພາບຈັດກອງປະຊຸມພົບປະແລກປ່ຽນວຽກງານຍຸຕິທຳ 6 ແຂວງພາກເໜືອໃນປີ 2020 ທັງນີ້ ກໍເພື່ອເຮັດໃຫ້ວຽກງານໄດ້ຮັບການຍົກສູງດ້ານປະລິມານ ແລະ ຄຸນນະພາບນັບມື້ດີຂຶ້ນເລື້ອຍໆ . 
ພາຍຫຼັງສຳເລັດກອງປະຊຸມໃນຕອນເຊົ້າ, ຕອນບ່າຍຍັງໄດ້ສ້າງຂະບວນການກິລາເພື່ອຜູກແໜ້ນຄວາມສາມັກຄີຊຶ່ງກັນ ແລະ ກັນ ລະຫວ່າງ 6 ແຂວງ ພາກເໜືອ ຊິງຂັນທ່ານຫົວໜ້າພະແນກຍຸຕິທຳແຂວງ ອຸດົມໄຊຄື: ກິລາເປຕັ້ງ ແລະ ກິລາບານເຕະ ຊາຍ-ຍິງ 
ຜົນການແຂ່ງຂັນທີມຊະນະເລີດໄດ້ແກ່:
1. ກິລາເປຕັ້ງ ແມ່ນ: ພະແນກຍຸຕິທຳແຂວງ ໄຊຍະບູລີ
2. ກິລາບານເຕະ ຊາຍແມ່ນ : ພະແນກຍຸຕິທຳແຂວງ ຫຼວງພະບາງ
3. ກິລາບານເຕະ ຍິງແມ່ນ : ພະແນກຍຸຕິທຳແຂວງ ອຸດົມໄຊ.

ຂຽນໂດຍ ນາງ ພູຄຳ ຫັດສະດີ