ຮອງລັດຖະມົນຕີກະຊວງຍຸຕິທໍາ ລົງເຄື່ອນໄຫວຊີ້ນໍາວຽກງານຢູ່ພະແນກຍຸຕິທໍາ ແຂວງອັດຕະປື

ວັນທີ 8 ເມສາ 2019 ທີ່ຜ່ານມາທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານ ຢູ່ພະແນກຍຸຕິທໍາ ແຂວງອັດຕະປື. ໃຫ້ກຽດຕ້ອນຮັບໂດຍ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງອັດຕະປື. ມີຄະນະພັກ, ຄະນະພະແນກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ ເຂົ້າຮ່ວມຢ່າງພ້ອມພຽງ. 
ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງອັດຕະປື. ກໍໄດ້ລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຍຸຕິທໍາໃນໄລຍະຜ່ານມາ ໃຫ້ຄະນະນໍາກະຊວງຍຸຕິທໍາຮັບຊາບ ໂດຍສະເພາະ ແມ່ນ 5 ວຽກຈຸດສຸມຕາມຂໍ້ຕົກລົງ ຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ ສະບັບເລກທີ 1591/ກຍ ວ່າດ້ວຍ ການຈັດຕັ້ງປະຕິບັດຂະບວນການຍຸຕິທໍາຮາກຖານ ປະຈໍາປີ2019 ຊຶ່ງມີຫຼາຍຂະບວນການທີ່ພົ້ນເດັ່ນ ແລະ ເປັນທີ່ໜ້າເພິ່ງພໍໃຈ. ແລະ ແຜນການທິດທາງໃນຕໍ່ໜ້າ.

ຈຸດປະສົງຂອງການລົງເຄື່ອນໄຫວ ແລະ ຊີ້ນໍາວຽກງານຢູ່ພະແນກຍຸຕິທໍາ ແຂວງອັດຕະປືໃນຄັ້ງນີ້ ແມ່ນເພື່ອ ທາບທາມກ່ຽວກັບການກະກຽມຄວາມພ້ອມໃນການເປີດການບໍລິການຊ່ວຍເຫຼືອທາງດ້ານກົດ ໝາຍປະຈໍາຢູ່ພະແນກຍຸຕິທໍາ ແຂວງອັດຕະປື. ໃນພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ຜູ້ຊີ້ນໍາໂຄງການດັ່ງກ່າວ ກໍໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາຂອງ ພະແນກຍຸຕິທໍາແຂວງອັດຕະປື ຈົ່ງສະໜອງ ແລະ ອໍານວຍຄວາມສະດວກທາງດ້ານສະຖານທີ່ເຮັດວຽກ, ສ່ວນບັນດາອຸປະກອນຮັບໃຊ້ຫ້ອງການ ເຊັ່ນ ຄອມພິວເຕີ, ເຄື່ອງປຼິນ, ໂທລະສັບ, ແຟັກ, ໂປຼເຈັກເຕີ, ເຄື່ອງສຽງ ແລະ ການສ້ອມແປງຫ້ອງເຮັດວຽກ ລວມທັງຈັດຊຸດຝຶກອົບຮົມບຸກຄະລາກອນກົດໝາຍ ແມ່ນໂຄງການເປັນຜູ້ຮັບຜິດຊອບ. ຜ່ານການຮັບຟັງວັດຖຸປະສົງ ແລະ ບັນດາກິດຈະກໍາຕ່າງໆນັ້ນ, ຄະນະພັກ, ຄະນະນໍາຂອງ ພະແນກຍຸຕິທໍາແຂວງ ກໍໄດ້ເຫັນດີເປັນເອກະພາບຕໍ່ວຽກງານດັ່ງກ່າວ. ພ້ອມນັ້ນ, ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສູງ ມາຍັງທ່ານຮອງລັດຖະມົນຕີ ກໍຄືຄະນະພັກ, ຄະນະນໍາກະຊວງຍຸຕິທໍາທີ່ເຫັນໄດ້ຄວາມໝາຍ, ຄວາມສໍາຄັນຂອງ ວຽກງານໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ທັງນີ້ກໍເພື່ອແນໃສ່ ບໍລິການໃຫ້ ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງຄວາມຍຸຕິທໍາເທື່ອລະກ້າວ. ເວລາ 10:00 ໂມງ ຂອງວັນດຽວກັນ ທ່ານຮອງລັດຖະມົນຕີ ກະຊວງຍຸຕິທໍາ ພ້ອມດ້ວຍຄະນະກໍໄດ້ເຂົ້າພົບປະ ທ່ານ ເຈົ້າແຂວງ ອັດຕະປື ເພື່ອນໍາສະເໜີວັດຖຸປະສົງ, ກິດຈະກໍາຕ່າງໆ ໃນການລົງເຄື່ອນໄຫວວຽກງານຄັ້ງນີ້ ໃຫ້ທ່ານເຈົ້າແຂວງຮັບຊາບ ແລະ ມີທິດຊີ້ນໍາຕໍ່ວຽກງານດັ່ງກ່າວ. 
ພາຍຫຼັງສໍາເລັດການພົບປະທ່ານເຈົ້າແຂວງອັດຕະປື. ໃນຕອນບ່າຍ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ໃຫ້ກຽດໂອ້ລົມ ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທໍາແຂວງ ກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນໍາຂອງພະແນກຍຸຕິທໍາ ຕະຫຼອດຮອດພະນັກງານ-ລັດຖະກອນທັງໝົດ ທີ່ພ້ອມພຽງກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບສູງຈົນໄດ້ຮັບຜົນສໍາເລັດຫຼາຍດ້ານ, ຄຽງຄູ່ກັບຜົນງານທີ່ກ່າວມາຂ້າງເທິງນັ້ນ ຍັງມີບາງວຽກທີ່ຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານ-ລັດຖະກອນ ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດ ດັ່ງນີ້: 
1. ຄະນະພັກ, ຄະນະນໍາຂອງພະແນກ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ດ້ານແບບແຜນວິທີເຮັດວຽກ, ເປັນໝູ່ຄະນະ, ຕົກລົງບັນຫາຕ່າງໆຢ່າງມີຄວາມເປັນເອກະພາບ, ຄະນະພັກ, ຄະນະນໍາຂອງພະແນກ ຕ້ອງມີການເຕົ້າໂຮມຄວາມສາມັກຄີກັບອ້າຍນ້ອງພະນັກງານຢ່າງໜ້ອຍເດືອນລະເທື່ອ;
2. ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນທຸກຄົນ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ຍົກລະດັບຄວາມຮູ້ທາງດ້ານທິດສະດີ ແລະ ຄວາມຮູ້ທາງດ້ານວິຊາສະເພາະໃຫ້ເລິກເຊິ່ງ;
3. ໃຫ້ເພີ່ມທະວີຄວາມເອົາໃຈໃສ່ ຄົ້ນຄ້ວາຮໍ່າຮຽນ ດ້ານວຽກງານໄອທີ;
4. ເອົາໃຈໃສ່ຍົກລະດັບຄວາມຮູ້ທາງດ້ານພາສາຕ່າງປະເທດ ໂດຍສະເພາະແມ່ນ ພາສາອັງກິດ ແລະ ພາສາຫວຽດນາມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຕໍ່ໜ້າ ແລະ ຍາວນານ.

ຂ່າວ-ພາບ: ໂພທະສິນ ສະເຫຼີມສັກ