ພະແນກຍຸຕິທໍາແຂວງ ອັດຕະປື ປາຖະກະຖາລະນຶກວັນສ້າງຕັ້ງສະຫະພັນນັກຮົບເກົ່າ

ໃນຕອນເຊົ້າຂອງວັນທີ 19 ກັນຍາ 2019 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ອັດຕະປື ໄດ້ຈັດພິທີປາຖະກະຖາລະນຶກວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 17 ປີ (9 ກັນຍາ 2002 - 9 ກັນຍາ 2019) ຂຶ້ນ ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ໂດຍ ທ່ານ ຄຳຫຼ້າ ແກ້ວວັນສອນ ຮອງເລຂາໜ່ວຍພັກ, ຮັກສາການຫົວໜ້າພະແນກຍຸຕິທຳແຂວງ ອັດຕະປື ຜູ້ເຂົ້າຮ່ວມ ມີຄະນະພັກ, ຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງ ເພື່ອລະນຶກເຖີງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ແລະ ຜົນງານອັນຫຍິ່ງໃຫຍ່ ຂອງຖັນແຖວນັກຮົບປະຕິວັດ ໃນພາລະກິດຕໍ່ສູ້ກູ້ຊາດ, ຍາດແຍ່ງເອົາເອກະລາດ, ອຳນາດອະທິປະໄຕ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ. ນອກຈາກນັ້ນ, ທ່ານຍັງໄດ້ເນັ້ນໜັກ ພ້ອມທັງຍົກສູງເຖິງນ້ຳໃຈຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ, ຮັກຜືນແຜ່ນດິນອັນຄົບຖ້ວນຂອງນັກຮົບເກົ່າ ໃຫ້ພະນັກງານ-ລັດຖະກອນຮັບຮູ້ເຖິງຕົ້ນກຳເນີດ, ພາລະບົດບາດ, ໜ້າທີ່, ຜົນງານການເຄື່ອນໄຫວ, ທິດທາງໜ້າທີ່ອັນໃຫມ່, ຄວາມສາມັກຄີປອງດອງອັນເປັນປຶກແຜ່ນ ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳມີຄວາມຮັບຮູ້ ຄວາມເຂົ້າໃຈ ຕໍ່ກັບມູນເຊື້ອທີ່ອົງອາດກ້າຫານ, ເສຍສະຫຼະເພື່ອຊາດເພື່ອປະຊາຊົນ.
ຈາກນັ້ນ, ທ່ານປະທານຍັງໄດ້ສະແດງຄວາມຍ້ອງຍໍສັນລະເສີນຄຸນງາມຄວາມດີ, ໝາກຜົນ ແລະ ມູນເຊື້ອອັນດີງານຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຊຶ່ງບາງຕອນທ່ານໄດ້ກ່າວວ່າ ຖ້າບໍ່ມີເພິ່ນໃນວັນນັ້ນ ຄົງບໍ່ມີພວກເຮົາໃນວັນນີ້.

ບົດຂ່າວ: ວິໄລ ໄຊຍະວົງສາ, ພາບຖ່າຍ: ໂພທະສິນ ສະເຫຼີມສັກ