ພະແນກຍຸຕິທຳແຂວງ ແລະ ສູນບໍລິການກົດໝາຍເພື່ອປະຊາຊົນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ສຳເລັດການລົງໂຄສະນາເຜີຍແຜ່ກົດໝາຍ

       ການລົງໂຄສະນາເຜີຍແຜ່ກົດໝາຍຢູ່ພາຍໃນ 05 ຕົວເມືອງອອ້ມຂ້າງແຂວງອັດຕະປື ໄດ້ດຳເນີນມາແຕ່ວັນທີ 23-27 ເມສາ 2018 ແລະ ສຳເລັດລົງຢ່າງສະຫງ່າງາມ ໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວປວງຊົນລາວພວມສຸມໃສ່ຈັດຕັ້ງປະຕິບັດມະຕິຕົກລົງຂອງກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດຄຳແນະນຳຂອງລັດຖະມົນກະຊວງຍຸຕິທຳ ສະບັບເລກທີ 1387/ກຍ ລົງວັນທີ 5 ທັນວາ 2017 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປະຈຳປີ 2018, ແຜນພັດທະນາວຽກງານຍຸຕິທຳຄັ້ງທີ IV ຂອງກະຊວງຍຸຕິທຳ ແລະ ແຜນຍຸດທະສາດວຽກງານຍຸຕິທຳຂອງແຂວງອັດຕະປື.

       ການລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຫຼື ການໃຫ້ຄວາມຮູ້ທາງດ້າານກົດໝາຍແກ່ປະຊາຊົນບັນດາເຜົ່າໃນຄັ້ງນີ້ແມ່ນເປັນການປະສານສົມທົບ ຮ່ວມມືກັນລະຫວ່າງ ພະແນກຍຸຕິທຳແຂວງອັດຕະປື ແລະ ສູນບໍລິການກົດໝາຍເພື່ອປະຊາຊົນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເພື່ອແນໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ສ້າງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ສ້າງທຸກເງື່ອນໄຂໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ-ຕຳຫຼວດ ສາມາດເຂົ້າເຖິງການບໍລິການທາງດ້ານກົດໝາຍ ພ້ອມທັງຮູ້ເສີມຂະຫຍາຍສິດເປັນເຈົ້າຂອງຕົນຕາມກົດໝາຍ. ນອກນີ້ ການລົງໂຄສະນາເຜີຍແຜ່ກົດໝາຍແມ່ນໄດ້ນຳເອົາສອງຫົວຂໍ້ທີ່ຕິດພັນກັບການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ ເຫັນວ່າມີຄວາມໝາຍ, ມີຄວາມສຳຄັນ, ມີຄວາມຈຳເປັນພາວະວິໄສ ຄື: ຫົວຂໍ້ການຂື້ນທະບຽນທີ່ດິນ ແລະ ການຕ້ານການຄ້າມະນຸດ.

      ການຈັດຕັ້ງປະຕິບັດວຽກງານຕົວຈິງໃນຄັ້ງນີ້ແມ່ນໄດ້ເຄື່ອນໄຫວທັງໝົດ 09 ຈຸດ ທີ່ນອນຢູ່ໃນ 05 ຕົວເມືອງຂອງແຂວງອັດຕະປື ຄື: 4 ຈຸດ ແມ່ນໄດ້ເຄື່ອນໄຫວທີ່ກຸ່ມບ້ານ, ບ້ານ ແລະ ອີກ 5 ຈຸດ ແມ່ນເຄື່ອນໄຫວທີ່ຫ້ອງວ່າການປົກຄອງເມືອງ, ພະແນກຍຸຕິທຳ ແລະ ສູນບໍລິການກົດໝາຍເພື່ອປະຊາຊົນ.  ໄດ້ນຳເອົາເຕັກນິກ, ວິທີການໂຄສະນາ ແລະ ຮູບການເຜີຍແຜ່ຕ່າງໆປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ກົດໝາຍເປັນຕົ້ນແມ່ນການບັນຍາຍທີ່ມີເນື້ອໃນສັ້ນກະທັດຮັດ ເຮັດໃຫ້ຜູ້ເຂົ້າຮ່ວມ ມີຄວາມເຂົ້າໃຈຢ່າງງ່າຍດາຍ, ການຈັດກິດຈະກຳທີ່ກ່ຽວຂ້ອງ ກັບເນື້ອໃນຂອງກົດໝາຍ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຮັບຟັງໄດ້ຜ່ອນຄາຍ ບໍ່ເຄັງຄຽດ ມີຄວາມເບີກບານມ່ວນຊື່ນ, ການສະແດງລະຄອນກ່ຽວກັບກົດໝາຍ ໃຫ້ທຸກຄົນໄດ້ຮັບຮູ້ ເຂົ້າໃຈ ໄດ້ເຫັນເຖິງເຫດການຈຳລອງທີ່ຄ້າຍຄືກັບເຫດການຕົວຈິງກ່ຽວກັບການຂື້ນທະບຽນທີ່ດິນ ແລະ ການຕ້ານການຄ້າມະນຸດ, ການຖາມ-ຕອບ ເຊິ່ງສະແດງອອກເວລາທີ່ມີການສົນທະນາແລກປ່ຽນບົດຮຽນ. ເຊິ່ງທັງໝົດເຫຼົ່ານັ້ນ ແມ່ນຜົນສຳເລັດອັນຫຍິ່ງໃຫ່ຍທີ່ມີຄວາມສຳຄັນຕໍ່ກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດໃນການຄຸ້ມຄອງລັດດ້ວຍກົດໝາຍ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງທາງດ້ານກົດໝາຍ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາສະຕິເຄົາລົບລະບຽບກົດໝາຍ ມັນໄດ້ສະແດງອອກຄື ສາມາດດຶງດູດຜູ້ເຂົ້າຮ່ວມຮັບຟັງທັງໝົດ 873 ຄົນ, ຍິງ 362 ຄົນ.

ພາບ ແລະ ບົດຂ່າວໂດຍ ໂພທະສິນ ສະເຫຼີມສັກ