ພະແນກຍຸຕິທຳແຂວງອັດຕະປື ຈັດຕັ້ງພິທີເຊື່ອມຊືມ 03 ເອກະສານທີ່ສຳຄັນ

    ໃນຕອນບ່າຍຂອງວັນທີ 02 ເມສາ 2018 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງອັດຕະປື ໄດ້ຈັດພິທີເຊື່ອມຊືມວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 63 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ X ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍຄະນະພະແນກ, ຫົວໜ້າຂະແໜງ,​ ຮອງຫົວໜ້າຂະແໜງການ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳ ເຂົ້າຮ່ວມຢ່າງເປັນຂະບວນການອັນຟົດຟື້ນ.

    ໃນຕອນຕົ້ນພິທີ ສະຫາຍ ວິໄລ ໄຊຍະວົງສາ ຫົວໜ້າຂະແໜງຈັດຕັ້ງ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳໃນນາມຕາງໜ້າໃຫ້ແກ່ຊາວໜຸ່ມພະແນກຍຸຕິທຳ ຂື້ນຜ່ານມະຕິກອງປະຊຸມສາມັນຄົບຄະນະບໍລິຫານງານຊາວໜຸ່ມແຂວງ ຄັ້ງທີ 3 ສະໄໝທີ VII ເຊິ່ງມະຕິດັ່ງກ່າວໄດ້ຍົກໃຫ້ເຫັນຜົນງານອັນດີເດັ່ນຂອງການເຄື່ອນໄຫວວຽກງານຢ່າງຮອບດ້ານຂອງຊາວໜຸ່ມ-ເຍົາວະຊົນທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານ ໄດ້ຮຽກຮ້ອງມາຍັງພະນັກງານ, ສະມາຊິກຊາວໜຸ່ມຈົ່ງເພີ່ມທະວີຄວາມສາມັກຄີປອງດອງ, ຍົກສູງຈິດໃຈເອກະລາດເພິ່ງຕົນເອງ ແລະ ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ ແລະ ມະຕິອື່ນໆ, ແຜນພັດທະນາເສດຖະກິດ-ສັງຄົມ 05 ປີຂອງລັດ ກໍ່ຄືເນື້ອໃນຈິດໃຈມະຕິກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມແຂວງໃຫ້ປະກົດຜົນເປັນຈິງ.

   ໃນເວລາຕໍ່ມາ ສະຫາຍ ຄຳໄໝ ແສງມະນີ ຄະນະພັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ໄດ້ຂື້ນຜ່ານເລົ່າມູນເຊື້ອແຫ່ງການຕໍ່ສູ້ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ( 14 ເມສາ 1955 - 14 ເມສາ 2018) ໃຫ້ແກ່ຊາວໜຸ່ມພະແນກຍຸຕິທຳແຂວງໄດ້ຮັບຮູ້ມູນເຊື້ອ ແລະ ເຂົ້າໃຈແຈ້ງເຖິງມູນເຊື້ອຂອງຊາວໜຸ່ມທັງໝົດ ສີ່ຮຸ່ນ (ຊາວໜຸ່ມຮຸ່ນທຳອິດ, ຊາວໜຸ່ມຮຸ່ນທີສອງ, ຊາວໜຸ່ມຮຸ່ນທີສາມ ແລະ ຊາວໜຸ່ມຮຸ່ນທີສີ່) ໃນວິລະກຳ-ພາລະກິດການຕໍ່ສູ້ປົດປ່ອຍ, ປົກປັກຮັກສາ ແລະ ພັດທະນາປະເທດຊາດໃນລະບອບໃໝ່ຂອງພວກເຮົາທີ່ຜ່ານເປັນໄລຍະເວລາຫຼາຍປີ ຈົນສາມາດຍາດໄຊຊະນະຜົນງານອັນຫຍິ່ງໃຫ່ຍທີ່ເປັນມູນເຊື້ອແລະ ພື້ນຖານດັັ່ງນີ້: ຊາວໜຸ່ມລາວແມ່ນມີນ້ຳໃຈຮັກຊາດອັນດູດດື່ມ ມີຄວາມອົງອາດກ້າຫານ ບໍ່ຍອມຈຳນົນຕໍ່ອຸປະສັກໃດໆ,​ ຊາວໜຸ່ມລາວມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ຊາວໜຸ່ມລາວມີມູນເຊື້ອສາມັກຄີປອງດອງບັນດາເຜົ່າ, ຊາວໜຸ່ມລາວມີມູນເຊື້ອດຸໝັ່ນຫ້າວຫັນ ຟົດຟື້ນ ມີຊີວິດຊີວາ ກ້າຄິດ ກ້າເຮັດ ແລະ ກຽມພ້ອມຕະລຸມບອນເຂົ້າໃນທຸກວຽກງານ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແມ່ນບ່ອນຝຶກຝົນຫຼໍ່ຫຼອມຂອງຊາວໜຸ່ມ. ເວົ້າລວມແລ້ວ: ຊາວໜຸ່ມລາວກໍຄື ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນມີມູນເຊື້ອໂດດເດັ່ນ ສະຫງ່າລາສີ ສົມເປັນບໍ່ບຳເພັນຂອງພັກ ເປັນກະດູກສັນຫຼັງຂອງຊາດ.

    ເພື່ອສືບຕໍ່ປະຕິບັດຕາມແຈ້ງການຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 083/ຄອຂ, ລົງວັນທີ 19 ມີນາ 2018 ກ່ຽວກັບຈັດວັນປະຖະກາຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955 - 22 ມີນາ 2018). ສະຫາຍ ຄຳຫຼ້າ ແກ້ວວັນສອນ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງໄດ້ເປັນກຽດຂື້ນເຊື່ອມຊືມວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ພ້ອມທັງຊີ້ໃຫ້ສະມາຊິກພັກພາຍໃນພະແນກຍຸຕິທຳເຫັນໄດ້ໝາກຜົນອັນຫຍິ່ງໃຫ່ຍທີ່ພັກຂອງພວກເຮົາຍາດມາໄດ້. ພ້ອມດຽວກັນນີ້, ທ່ານຍັງໄດ້ປຸກລະດົມທາງດ້ານການເມືອງ-ແນວຄິດ ຂອງສະມາຊິກພັກທຸກໆຄົນຕ້ອງກຳແໜ້ນບັນດາຫຼັກການ, ບັນດາທິດນຳ ແລະ ໜ້າທີ່ຂອງພັກບໍ່ໃຫ້ຖີ້ມຫຼັກໝັ້ນຊົ້ນຊັ້ນການເມືອງຂອງພັກ ແລະ ກຳແໜ້ນໃຫ້ໄດ້ 3 ບັນຫາຕົ້ນຕໍຂອງພັກ, ສືບຕໍ່ຈັດຕັ້ງປະຕິບັດຄຳຂວັນຂອງກອງປະຊຸມໃຫ່ຍຄັ້ງທີ X ຂອງພັກກຳນົດວ່າ: ຍົກສູງຄວາມສາມາດ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີມະຫາຄວາມສາມັກຄີທົ່ວປວງຊົນທັງຊາດ, ຍຶດໝັ້ນແນວທາງການປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

    ໃນຕອນທ້າຍຂອງພິທີ, ສະຫາຍ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ຜ່ານມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ X ແລະ ຄາດໝາຍສູ້ຊົນຂອງແຂວງອັດຕະປື. ໃນນັ້ນ, ທ່ານໄດ້ມີຄຳເຫັນບາງຕອນໃນພິທີຄັ້ງນີ້ວ່າ: ສະມາຊິກພັກ, ພະນັກງານ-ລັດຖະກອນທຸກໆຄົນຕ້ອງເພີ່ມທະວີຄວາມສາມັກຄີພາຍໃນ, ປະຕິບັດຫຼັກການປະຊາທິປະໄຕ ແລະ ທັງການເປັນເຈົ້າການໃນການເປັນເສນາທິການທາງດ້ານກົດໝາຍໃຫ້ແກ່ຄະນະພັກ-ຄະນະນຳຂອງແຂວງ ເປັນຕົ້ນແມ່ນວຽກງານກົດໝາຍ, ໂຄສະນາເຜີຍແຜ່ກົດໝາຍ, ການຄຸ້ມຄອງລະບົບຍຸຕິທຳ, ການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແລະ ການຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານໃຫ້ແກ່ນັກທຸລະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ, ເພີ່ມທະວີຈັນຍາບັນ ແລະ ຈັນຍາທຳຂອງນັກກົດໝາຍ ໃຫ້ມີນ້ຳໃຈສູງສົ່ງເພື່ອຮັບໃຊ້ວຽກງານຂອງພັກ-ລັດໃນໄລຍະໃໝ່ຂອງພວກເຮົາ.

                                                          ພາບ-ບົດຂ່າວ ໂດຍ: ໂພທະສິນ ສະເຫຼີມສັກ