ຂະແໜງຈັດຕັ້ງປະຕິບັດຄຳຕັດສິນຂອງສານ ພະແນກຍຸຕິທຳແຂວງ ອັດຕະປື ຈັດຕັ້ງເຊື່ອມຊືມ 3 ເອກະສານທີ່ສຳຄັນ

ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2019 ຂະແໜງຈັດຕັ້ງປະຕິບັດຄຳຕັດສີນຂອງສານ ພະແນກຍຸຕິທຳແຂວງ ອັດຕະປື ໄດ້ຈັດພິທີເຊື່ອມຊືມ 3 ເອກະສານທີ່ຄັນຄື: ຄຳແນະນຳກ່ຽວກັບການເພິ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ຄຳແນະນຳກ່ຽວກັບວຽກງານການເງິນ, ການຮິບ ແລະ ການມອບໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ຄຳແນະນຳກ່ຽວກັບການຂາຍ ແລະ ການມອບຊັບໃນການຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳຫຼ້າ ແກ້ວວັນສອນ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ອັດຕະປື, ມີບັນດາຮອງຫົວໜ້າຫ້ອງການຍຸຕິທຳ 5 ຕົວເມືອງ, ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ວິຊາການຈຳນວນໜຶ່ງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ທິດສະໄໝ ຈັນທະກາລີ ຮອງຫົວໜ້າຂະແໜງຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໄດ້ຂື້ນຜ່ານ 3 ເອກະສານໃຫ້ແກ່ຮອງຫົວໜ້າຫ້ອງການຍຸຕິທຳ, ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍຈຸດປະສົງແມ່ນແນໃສ່ຍົກສູງລະດັບຄວາມຮູ້ຄວາມເຂົ້າໃຈ, ຄວາມສາມາດຊີ້ນຳ-ນຳພາຂອງສະມາຊິກພັກ, ພະນັກງານ-ລັດຖະກອນໃນຖັນແຖວພະນັກງານນຳພາຂັ້ນຫຼັກແຫຼ່ງພື້ນຖານ ເວົ້າລວມ, ເວົ້າສະເພາະກໍຄື ເພື່ອເສີມຂະຫຍາຍໃນການຄຸ້ມຄອງການຈັດຕັ້ງປະຕິບັດໃນການຕິດຕາມກວດກາ, ການເຄື່ອນໄຫວທາງດ້ານການເງິນ, ການປະຕິບັດຕໍ່ຊັບສິນທີ່ມອບໃຫ້ລັດ, ການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມວ່ອງໄວ, ຖືກຕ້ອງ, ມີຄວາມຍຸຕິທຳ, ສ້າງຄວາມໝັ້ນໃຈໃຫ້ແກ່ຄູ່ຄວາມພ້ອມທັງຜູ້ເຂົ້າຮ່ວມ, ການຕີລາຄາ, ການຂາຍ, ການມອບຊັບໃຫ້ມີຄວາມໂປ່ງໃສ, ສອດຄ່ອງຕາມລະບຽບການ, ເຮັດໃຫ້ວຽກງານການເງິນດຳເນີນໄປຢ່າງເປັນລະບົບ ແລະ ມີຄວາມໂປ່ງໃສ, ວິທີ ແລະ ຂັ້ນຕອນການຕີລາຄາ-ການຂາຍຊັບ, ວິທີ ແລະ ຂັ້ນຕອນການຂາຍຊັບ, ການຮັບ, ການຄຸ້ມຄອງ, ການມອບເງິນໃຊ້ແທນ ຫຼື ສົ່ງຄືນ.

ໃນຕອນທ້າຍ, ທ່ານ ຄຳຫຼ້າ ແກ້ວວັນສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ໄດ້ມີຄຳເຫັນຊີ້ນຳພາຍໃນກອງປະຊຸມ ໂດຍບາງຕອນທ່ານໄດ້ກ່າວວ່າ: 1. ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານຕ້ອງມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ຈັດຕັ້ງປະຕິບັດບັນດາຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ, ມີຄວາມມັກຮັກໃນອາຊີບ, ມີຈັນຍາບັນ,​ ຈັນຍາທຳ, ຫຼີກເວັ້ນການຈັດຕັ້ງປະຕິບັດເພື່ອຜົນປະໂຫຍດສ່ວນຕົວ, ປະຕິເສດການຈັດຕັ້ງປະຕິບັດເພື່ອຜົນປະໂຫຍດຂອງພັກພວກ ແລະ ຍາດຕິພີ່ນ້ອງຂອງຕົນ ແລະ ຍຶດໝັ້ນໃນອຸດົມຄະຕິຄື: ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແມ່ນຍຸດທະສາດສຳຄັນໃນການສ້າງສະຕິເຄົາລົບກົດໝາຍ ແລະ ສ້າງຄວາມສາມັກຄີປອງດອງກັນໃນສັງຄົມ.

2. ຕ້ອງເພີ່ມທະວີວຽກງານການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຫ້ມີປະສິດທິຜົນ, ຖືກຕ້ອງ, ສອດຄ່ອງ, ການເກັບຄ່າໃຊ້ຈ່າຍ, ການຂາຍຊັບ ແລະ ການມອບຊັບ ທັງໝົດເຫຼົ່ານີ້ລ້ວນແຕ່ມີຄວາມສຳຄັນຢ່າງຍິ່ງ ໃນການຈັດຕັ້ງປະຕິບັດ 6 ຫຼັກການ, 4 ຂັ້ນຕອນ, 4 ຮັບປະກັນ ແລະ ມາດຕາການຕ່າງໆ. ອີກເທື່ອໜຶ່ງ, ເພື່ອຮັບປະກັນໃຫ້ແກ່ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຫ້ມີຄວາມຖືກຕ້ອງ, ຊັດເຈນ, ພາວະວິໄສ ແລະ ສອດຄ່ອງກັບກົດໝາຍນັ້ນ ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານຕ້ອງລົງມືຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ເປັນເຈົ້າການຊີ້ແຈງຢ່າງເປັນລາຍລັກອັກສອນຕໍ່ກັບບັນຫາໃດໜຶ່ງທີ່ຍັງບໍ່ທັນຈະແຈ້ງ, ເກັບກຳຂໍ້ມູນກ່ຽວກັບຊັບສິນ, ສ້າງເງື່ອນໄຂຕ່າງໆໃຫ້ຜູ້ຖືກປະຕິບັດຄຳຕັດສິນ, ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ, ປະຕິບັດລະບອບແບບແຜນການສ່ອງແສງລາຍງານຕາມສາຍຕັ້ງເປັນລະບົບຂັ້ນຕອນ, ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ຜູ້ຖືກຈັດຕັ້ງປະຕິບັດ ມີສະຕິຕື່ນຕົວ ແລະ ເຄົາລົບລະບຽບກົດໝາຍໃຫ້ສູງຂື້ນເທື່ອລະກ້າວ.                                                               

ຂ່າວ ແລະ ພາບ: ໂພທະສິນ ສະເຫຼີມສັກ