ໜ່ວຍສະຫະພັນແມ່ຍິງ 2 ພະແນກຍຸຕິທຳ ແລກປ່ຽນບົດຮຽນຮ່ວມກັນ

     ໃນຕອນບ່າຍຂອງວັນທີ 2  ມີນາ 2018 ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງຫຼວງພະບາງ. ໜ່ວຍສະຫະພັນແມ່ຍິງພະແນກຍຸຕິທໍາແຂວງຫຼວງພະບາງ ໄດ້ຕ້ອນຮັບໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງອຸດົມໄຊ. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ກອງຄຳ ທະວິຈິດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ ແລະ ທ່ານ ສອນສຸວັນ ປັນຍາວົງ ຮອງຫົວໜ້າພະແນກຍຸຕິທຳແຂວງອຸດົມໄຊ, ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ສະມາຊິກສະຫະພັນແມ່ຍິງທັງສອງພະແນກເຂົ້າຮ່ວມ ຈຳນວນ 33 ທ່ານ, ຍິງ 31 ທ່ານ.

    ໃນກອງປະຊຸມກໍໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການເຄື່ອນໄຫວວຽກງານຂອງຕົນ ໂດຍສະເພາະ ການເຄື່ອນໄຫວວຽກງານວິຊາສະເພາະຂອງເອື້້ອຍນ້ອງແມ່ຍິງ ໃນນັ້ນໄດ້ມີການແລກປ່ຽນ 3 ວຽກງານຄື: ວຽກງານທະບຽນສານ, ວຽກງານບໍລິຫານ-ການເງິນ ແລະ ວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ການໃຫ້ຄຳປຶກສາທາງດ້ານກົດໝາຍ.

    ໃນຕອນທ້າຍຂອງກອງປະຊຸມ ທ່ານ ກອງຄຳ ທະວິຈິດ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ສະມາຊິກແມ່ຍິງທັງສອງພາກສ່ວນ ຈົ່ງພ້ອມກັນປະຕິບັດໜ້າທີ່ວຽກງານທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມຂະແໜງຂອງຕົນ ໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ, ເອົາ ໃຈໃສ່ຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ ຮີດຄອງປະເພນີອັນດີງາມຂອງເອື້ອຍນ້ອງແມ່ຍິງລາວເວົ້າລວມ, ເວົ້າສະເພາະເອື້ອຍນ້ອງແມ່ຍິງຢູ່ 2 ພະແນກຍຸຕິທຳໃຫ້ຍືນຍົງ ເພື່ອເປັນການປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຂ່າວ: ນ: ມະໄລກອນ ສິນທ່າວ

ພາບ: ນ. ວິນຸດ ວົງໄຊຍາ

ຂະແໜງກົດໝາຍ ແລະ ໂຄສະນາກົດໝາຍ ແຂວງຫຼວງພະບາງ.