ພິທີມອບ-ຮັບຫ້ອງການຫຼັງໃໝ່ ຢູ່ແຂວງຫຼວງພະບາງ

     ທີ່ເມືອງປາກອູ ແຂວງຫຼວງພະບາງ ​ໄດ້​ຈັດ​ພິທີ​ມອບ-ຮັບ​ຫ້ອງການຍຸຕິທໍາ​ຫຼັງໃໝ່ຂຶ້ນ ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 14 ມິຖຸນາ 2017 ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ​ປອ ເສີມສຸກ ສີມພະວົງ ຮອງລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ ທ່ານ ອູຕິງ ບັນດາລັກ ຮອງເຈົ້າເມືອງເມືອງປາກອູ, ທ່ານ ຄອນສີ ຄອນຈະເລີນ ຮອງຫົວໜ້າພະແນກຍຸຕິທໍາແຂວງຫຼວງພະບາງ, ມີຄະນະປະຈໍາ, ກໍາມະການພັກເມືອງ, ຄະນະພະແນກການຂັ້ນແຂວງ, ບັນດາຫົວໜ້າ ຫ້ອງການຂັ້ນເມືອງ, ຫົວໜ້າບໍລິສັດ ແລະ ແຂກຖືກເຊີນ​ເຂົ້າ​ຮວ່ມຢ່າງ​ພ້ອມພຽງ.

     ໃນ​ພິທີ ຫົວໜ້າບໍລິສັດວັດທະນາກໍ່ສ້າງເຄຫາສະຖານ ແລະ ສ້ອມແປງຈໍາກັດຜູ້ດຽວ ກໍໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດການກໍ່ສ້າງຫ້ອງການຍຸຕິທໍາເມືອງປາກອູ ນັບແຕ່ມື້ອອກໃບສັ່ງວຽກຈົນເຖິງມື້ກວດກາ ໜ້າວຽກຖືວ່າສໍາເລັດ 100%. ຫັງຈາກນັ້ນ ກໍໄດ້ເຊັນບົດບັນທຶກມອບ-ຮັບຫ້ອງການຍຸຕິທໍາເມືອງປາກອູຫຼັງໃໝ່, ກ່າວມອບໂດຍ ຫົວໜ້າບໍລິສັດວັດທະນາກໍ່ສ້າງເຄຫາສະຖານ ແລະ ສ້ອມແປງຈໍາກັດຜູ້ດຽວ ແລະ ກ່າວ ຮັບໂດຍ ທ່ານ ອູຕິງ ບັນດາລັກ ຮອງເຈົ້າເມືອງໆປາກອູ ລວມມູນ​ຄ່າ​ກໍ່ສ້າງທັງໝົດ 1 ຕື້ 300 ກວ່າລ້ານກີບ.

     ຕອນ​ທ້າຍ​ຂອງ​ພິທີ ທ່ານ ປອ ເສີມສຸກ ສີມພະວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຊົມ​ເຊີຍ​ມາ​ຍັງ​ບໍລິສັດຜູ້ຮັບເໝົາກໍ່ສ້າງ ທີ່ໄດ້ສ້າງສໍາເລັດຕາມແຜນການ ພ້ອມ​ດ້ວຍ​ດຽວກັນ​ນັ້ນ ທ່ານ ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ກໍໄດ້ມອບປຶ້ມກົດໝາຍ 4 ຂົງເຂດ ຈໍານວນ 10 ຊຸດ ໃຫ້ແກ່ຫ້ອງການຍຸຕິທໍາເມືອງປາກອູ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ.

ຂຽນຂ່າວ: ໄຊຍະສິດ     ຖ່າຍພາບ ໂດຍ: ສົມຫັວງ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ