ພິທີປິດຝຶກອົບຮົມວຽກງານທະບຽນສານ ຊຸດທີ I ປີ 2017

    ຕອນເຊົ້າຂອງວັນທີ 9 ພະຈິກ 2017ເວລາ 10 ໂມງ 00 ນາທີຢູ່ທີ່ຫ້ອງທະບຽນສານພະແນກຍຸຕິທຳແຂວງຫຼວງພະບາງ ໄດ້ມີພີທີປິດບັ້ນຝຶກອົບຮົມວຽກງານທະບຽນສານ ພາຍໃຕ້ການເປັນປະທານຂອງ ທ່ານ ມີໄຊ ໄຊ ເກີ່ຢ່າຈົ່ງຕົວ, ຫົວໜ້າພະແນກຍຸຕິທຳແຂວງ ຫຼວງພະບາງ ໂດຍມີຄະນະພະແນກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ນັກສຳມະນາກອນ 9 ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 7 ທ່ານ.

    ທ່ານ ນາງ ບຸນມີ ທິລະສັກ ຫົວໜ້າຫ້ອງການທະບຽນສານ ໄດ້ຂຶ້ນຜ່ານບົດສະຫຼຸບການຝຶກອົບຮົມກ່ຽວກັບວຽກງານທະບຽນສານ ແລະ ໄດ້ຍົກໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງໃນລະຍະຝຶກອົບຮົມ ກໍຄື ພາກທິດສະດີ ສາມາດປະຕິບັດໄດ້ 80% ແລະ ພາກປະຕິບັດຕົວຈິງ ແມ່ນປະຕິບັດໄດ້ 70% ຕາມລະດັບຄາດໝາຍທີ່ໄດ້ວາງໄວ້. ການຝຶກອົບຮົມໃນຄັ້ງນີ້ ໄດ້ມີການທວນຄືນຖອດຖອນແລກປ່ຽນບົດຮຽນນຳກັນ ລະຫວ່າງ ຄູ-ອາຈານ ແລະ ນັກສຳມະນາກອນ ຊຶ່ງການຝຶກອົບຮົມ ແມ່ນໄດ້ເລີ່ມແຕ່ວັນທີ 30 ຕຸລາ 2017 ຮອດວັນທີ 9 ພະຈິກ 2017 ເປັນລະຍະເວລາ 10 ວັນ.

     ໃນພິທີດັ່ງກ່າວ ທ່ານ ມີໄຊ ໄຊເກີ່ຢ່າຈົ່ງຕົວ ຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີປິດດັ່ງກ່າວ  ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍບັນດານັກສຳມະນາກອນ ທີ່ໄດ້ເອົາໃຈໃສ່ດ້ວຍຄວາມ ຮັບຜິດຊອບສູງໃນລະຍະການຝຶກອົບຮົມ. ຫຼັງຈາກກັບໄປສູ້ທ້ອງຖິ່ນແລ້ວ ໃຫ້ບັນດານັກສຳມະນາກອນ ຕ້ອງລາຍງານຜົນຂອງການຝຶກອົບຮົມໃຫ້ກົມກອງຕົນຊາບ ແລະ ສະເໜີໃຫ້ຂັ້ນເທິງສ້າງເງື່ອນໄຂ ເພື່ອສ້າງຕັ້ງໜ່ວຍ ງານທະບຽນສານໃນຕໍ່ໜ້າ, ພ້ອມທັງສືບຕໍ່ໃນການຄົ້ນຄວ້າແກ້ໄຂບັນຫາຕ່າງໆ ແລະ ຂໍທິດຊີ້ນຳ ນຳສາຍການຈັດຕັ້ງທີ່ກ່ຽວຂ້ອງ, ນັກທະບຽນສານທີ່ດີ ຕ້ອງຖືເອົາຈັນຍາບັນ-ຈັນຍາທຳຂອງນັກກົດໝາຍເປັນກົກ, ແມ່ນ ຜູ້ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດ ແລະ ຈິງໃຈ, ມີແບບແຜນວິທີເຮັດວຽກ, ເຄັ່ງຄັດຕໍ່ລະບຽບວິໄນ ແລະ ຮູ້ໜູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ເກີດຜົນປະໂຫຍດສູງຕໍ່ສ່ວນລວມ, ພ້ອມກັນນັ້ນ ຕ້ອງເອົາ ໃຈໃສ່ໃນການພັດທະນາຕົນເອງ ໃຫ້ກາຍເປັນພະນັກງານທີ່ມີຄວາມຮູ້, ຄວາມສາມາດໃນການບໍລິຫານຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດ ແລະ ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ.

ຂຽນຂ່າວ ແລະ ຖ່າບພາບ ໂດຍ: ນັກຂ່າວ ຫ້ອງການໂຄສະນາກົດໝາຍ