ພະແນກຍຸຕິທຳແຂວງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ປາກອູ ແຂວງ ຫຼວງພະບາງ

ໃນຕອນ​ເຊົ້າ​ຂອງ​ວັນ​ທີ 7 ມິຖຸນາ 2018 ພະ​ແນ​ກຍຸຕິ​ທໍາ​ແຂວງ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VII ປະຈຳ​ປີ 2018 ຢູ່ທີ່​ບ້ານ ​ປາກ​ອູ, ເມືອງ ປາກ​ອູ, ແຂວງ ຫຼວງພະ​ບາງ ​ໂດຍ​ການ​​ເປັນ​ປະທານຂອງທ່ານ ອຸ​ຕິ່ງ ພັນ​ດາ​ລັກ​ ຮອງ​ເລຂາ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ ​ເມືອງ ປາກ​ອູ ​ເຂົ້າ​ຮ່ວມ ມີ​ທ່ານ ຄອນ​ສີ ຄອນ​ຈະ​ເລີ​ນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ​ຫຼວງພະ​ບາງ, ​ມີຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ,​ ທ່ານຜູ້ຕາງໜ້າຈາກ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ ​ແລະ ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮ່ວມທັງໝົດ 106 ຄົນ, ຍິງ 26 ຄົນ.

​          ໃນ​ພິທີທ່ານ ບຸນ​ທ່ຽງ ປະສິດທິ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ ​ປາກ​ອູ  ໄດ້ສະຫຼຸບລາຍ​ງານຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດຫຼັກສູດການຮຽນກົດໝາຍຊັ້ນຕົ້ນ 3 ເດືອນ ຊຸດ​ທີ VII ປະຈຳ​ປີ 2018   ຊຶ່ງ​​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ​ແມ່ນ​ຈັດ​ໃຫ້​ສະ​ເພາະພະນັກງານຫຼັກ​ແຫຼ່ງຂອງ​ຂະ​ແໜງການ​ອ້ອມ​ຂ້າງ​ເມືອງ, ​ເລຂາ​ພັກ​ບ້ານ, ນາຍບ້ານ ຂອງ​​ ​ເມືອງ​​ປາກ​ອູ, ການ​ຮຽນ-ການ​ສອນດັ່ງກ່າວ​ ແມ່ນ​ໄດ້​ນຳ​ເອົາ​ບາງກົດໝາຍ​ໃນ​ 4 ຂົງ​ເຂດ​ມາ​ສິດສອນ ຜ່ານ​ການ​ຮຽນກົດໝາຍຊັ້ນ​ຕົ້ນ​ເຮັດ​​ໃຫ້​ນັກສຳ​ມະ​ນາກ​ອນຮັບ​ຮູ້​, ເຂົ້າ​ໃຈ ​ແລະ ເຄື່ອນ​ໄຫວ​ວຽກງານ​​ໃຫ້ຖືກຕ້ອງ​ຕາມ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ຕົນ, ​ເປັນ​ຕົ້ນ ການບໍລິຫານ​ບ້ານ​ເຂົ້າ​​ສູ່ກົດໝາຍ ​ແລະ ລະບຽບການ​ເທື່ອ​ລະ​ກ້າວ,​ ​ແນ່​ໃສ່ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ມີຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ສາມາດກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ.

        ພ້ອມ​ດຽວກັນ​ນັ້ນ​ໃນ​ພິທີ ກໍ​ໄດ້​ມີ​ການ​ມອບ​ໃບ​ປະກາສະ​ນິຍະ​ບັດ​ໃຫ້​ແກ່​ຜູ້​ສຳ​ເລັດ​ການ​ຮຽນກົດໝາຍຊັ້ນ​ຕົ້ນ ຈຳນວນ 42 ຄົນ, ຍິງ 7 ຄົນ ມອບ​ໂດຍ​ທ່ານ ອຸ​ຕິ່ງ ພັນ​ດາ​ລັກ​ ຮອງ​ເລຂາ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ ​ເມືອງ ປາກ​ອູ.

ໃນ​ຕອນ​ທ້າຍ​ຂອງ​ພິທີ ​ທ່ານ ອຸ​ຕິ່ງ ພັນ​ດາ​ລັກ​ ຮອງ​ເລຂາ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ ​ເມືອງ ປາກ​ອູ ​ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ພິທີ​ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ-ອາຈານ ​ແລະ ນັກ​ສຳ​ມະ​ນາກ​ອນ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການສິດສອນ ​ແລະ ຄົ້ນຄວ້າຮ່ຳຮຽນຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກ​ສຳ​ມະ​ນາກ​ອນ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດທີ່​ໄດ້​ຮຽນມາໄປ​ຜັນ​ຂະຫຍາຍ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.

ຂຽນຂ່າວ: ວິລະ​ກອນ ສີ​ພົມມະຈັນ ປັບປຸງຂ່າວ​: ອ່ອນ​ຄຳ