ພະແນກຍຸຕິທຳແຂວງຫຼວງພະບາງ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ 2 ກຸ່ມບ້ານ ຂອງເມືອງໂພນທອງ

     ໃນລະຫວ່າງວັນ​ທີ 27​ເມສາ - ​3 ພຶດສະພາ 2018 ​ຜ່ານ​ມານີ້ ພະ​ແນ​ກຍຸຕິ​ທຳແຂວງຫຼວງພະ​ບາງ ສົມ​ທົບ​ກັບ ຫ້ອງການ​ຍຸຕິ​ທຳ​ເມືອງ​ໂພນ​ທອງ ໄດ້​ລົງເຄື່ອນໄຫວໂຄສະນາ​ເຜີຍ​ແຜ່​ກົດໝາຍ ​ໃຫ້​ແກ່​ນາຍບ້ານ ​ແລະ ປະຊາຊົນ ຢູ່ 2 ກຸ່ມ​ບ້ານ ຂອງ​ເມືອງ​ໂພນ​ທອງ, ​ນຳພາຄະນະ​ໂດຍທ່ານ ສຸລິ​ພັດ ​ໄຊ​ລັດ​ສີ ຮອງ​ຫົວໜ້າຂະ​ແໜງກົດໝາຍ ​ແລະ ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ພະ​ແນ​ກຍຸຕິ​ທໍາ​ແຂວງຫຼວງພະ​ບາງ, ​ສົມທົບ​ກັບ​  ທ່ານ ນາງ ວິ​ນຸດ ວົງ​ໄຊ​ຍາ ຮອງຫົວໜ້າພະແນກວິທະຍຸ ​ແລະ ​ໂທ​ລະ​ພາບ ກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ​ມີນາ​ຍບ້ານ ຕະຫຼອດພໍ່​ແມ່​ປະຊາຊົນ ຂອງ 2 ກຸ່ມ​ບ້ານ​ເຂົ້າ​ຮ່ວມ​ທັງໝົດ ​1.110 ຄົນ, ຍິງ 427 ຄົນ.

    ຈຸດປະສົງ​ຂອງ​ການ​ລົງ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ຈັດຕັ້ງ​ຜັນ​ຂະຫຍາຍແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດຖະທຳ​ມະນູນ ​ແລະ ກົດໝາຍຂອງ​ລັດ ​ແລະ ຄຳສັ່ງຂອງ​ນາຍົກລັດຖະມົນຕີ ສະບັບເລກທີ 38/ນຍ, ລົງວັນທີ 17 ຕຸລາ 2007 ກ່ຽວກັບການເອົາໃຈໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ, ​​ກົດໝາຍທີ່​ນຳ​ມາ​ໂຄສະນາ​ເຜີຍ​ແຜ່​ໃນ​ຄັ້ງ​ນີ້​ ປະກອບ​ດ້ວຍ ​ ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າ​ດ້ວຍ​ ກຳມະສິດ, ກົດໝາຍວ່າ​ດ້ວຍ ຄອບຄົວ, ກົດໝາຍວ່າ​ດ້ວຍ​ຂໍ້​ຜູກ​ພັນ​ໃນ​ສັນຍາ ​ແລະ ນອກ​ສັນຍາ, ກົດໝາຍວ່າ​ດ້ວຍ ການ​ພັດທະນາ ​ແລະ ປົກ​ປ້ອງ​ແມ່ຍິງ ​ແລະ ກົດໝາຍອື່ນໆທີ່​ກ່ຽວຂ້ອງຕື່ມ​ອີກ​ ​ ​ແນ່​ໃສ່​ເຮັດ​ໃຫ້​ປະຊາຊົນ​ພາຍ​ໃນ 2 ກຸ່ມ​ບ້ານ ຂອງ​ເມືອງ​ໂພນ​ທອງ ​ ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ແຈ້ງ​ກ່ຽວກັບ​​​ເນື້ອ​ໃນ​ແຕ່​ລະ​ມາດຕາ​ ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ​ເຫຼົ່ານັ້ນ, ພ້ອມ​ທັງ​ສ້າງສະຕິ​ເຄົາລົບ ​ແລະ ປະຕິບັດ​ກົດໝາຍ​ໃຫ້​ທົ່ວ​ສັງຄົມຢ່າງ     ກ້ວາງ​ຂວາງ.

     ນອກນັ້ນ​ຄະນະ​ດັ່ງກ່າວ ​ຍັງ​ໄດ້​ລົງ​ຕິດຕາມ ​ແລະ ຊຸກຍູ້ ​​ການຈັດ​ຕັ້ງ​ປະຕິບັດວຽກງານ​ຂອງ​ຄະນະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ​ບ້ານ, ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ ​ແລະ ວຽກງານ​ທີ່​ສຳຄັນ.​  

     ໃນ​ຕອນ​ທ້າຍ ຕາງໜ້າ​ອຳນາດ​ການ​ປົກຄອງ​ບ້ານ  2 ກຸ່ມ​ບ້ານ ຂອງ​ເມືອງ​ໂພນ​ທອງ  ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ຄະນະ​ທີ່​ມາ​ຈາກພະ​ແນ​ກຍຸຕິ​ທຳ​ແຂວງ ຫຼວງພະ​ບາງ  ​ທີ່​​ໄດ້​ລົງ​ມາ​ໃກ້​ຊິດຕິດ​ແທດ​ຕະຫຼອດມາ ​ແລະ ຍັງໄດ້​​ນຳ​ເອົາ​ຄວາມ​ຮູ້​ທາງ​ດ້ານ​ກົດໝາຍລົງ​ມາ​ໂຄສະນາ​ເຜີຍ​ແຜ່​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ ​ໄດ້​ເຂົ້າ​ໃຈກ່ຽວກັບ​ບັນດາ​ກົດໝາຍ​ຕ່າງໆໃນ​ຄັ້ງ​ນີ້​.