ພະແນກຍຸຕິທຳແຂວງ ຫຼວງນໍ້າທາ ເປີດຊຸດຝຶກອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນຕອນເຊົ້າຂອງວັນທີ 21 ພະຈິກ 2018 ຢູ່ທີ່ສະໂມສອນແຂວງ ຫຼວງນໍ້າທາ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂຶ້ນ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄໍາຟອງ ອິນມານີ ກໍາມະການປະຈໍາພັກແຂວງ ປະທານສານປະຊາຊົນແຂວງ ຜູ້ຊີ້ນໍາອົງການຕຸລາການ, ທ່ານ ຄໍາໜັ້ນ ວັນຄໍາ ຫົວໜ້າພະແນກຍຸຕິທໍາແຂວງ, ທ່ານ ນາງ ດວງມະນີ ລາວມາວ ຄະນະພັກກະຊວງຍຸຕິທໍາ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ, ມີບັນດາພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ, ສອງກອງບັນຊາການ, ສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ບັນດາທະນາຄານ, ລັດວິສາຫະກິດອ້ອມຂ້າງແຂວງ, ໂຮງຮຽນ, ໂຮງໝໍ, ບໍລິສັດ, ຫ້າງຮ້ານ, ສະຖາບັນການເງິນຈຸລະພາກ ແລະ ຕະຫຼອດຮອດ 8 ໝູ່ບ້ານພາຍໃນເທດສະບານແຂວງ, ມີພະນັກງານສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ຫົວໜ້າຂະແໜງ ພາຍໃນພະແນກຍຸຕິທໍາ ເຂົ້າຮ່ວມທັງໝົດ 164 ທ່ານ, ຍິງ 37 ທ່ານ.

ຈຸດປະສົງຂອງການເປີດຊຸດຝຶກອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຄັ້ງນີ້ ກໍເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ ປະກອບມີ: ປຶ້ມຄູ່ມືການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຄວາມເປັນມາຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ ສປປ ລາວ, ສິດ ແລະ ໜ້າທີ່ຂອງຄະນະແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຂັ້ນຕອນ, ວິທີການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ການຕັດສີນດ້ວຍຄະນະກໍາມະການ, ການຈັດຕັ້ງປະຕິບັດຜົນຂອງການໄກ່ເກ່ຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຄວາມແຕກຕ່າງລະຫວ່າງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ການຕັດສີນສານປະຊາຊົນ , ຂໍ້ດີ ແລະ ຂໍ້ເສຍ ຂອງການໄກ່ເກ່ຍ ດ້ວຍຄະນະແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

ພາຍຫຼັງໄດ້ຮັບຟັງການເຜີຍແຜ່ ທາງດ້ານທິດສະດີແລ້ວ ຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນສົນທະນາ, ຖາມ-ຕອບ ບາງບັນຫາທີ່ມີຄວາມສົນໃຈ ເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ດ້ວຍບັນຍາກາດຟົດຟື້ນ.
ຊຸດຝຶກອົບຮົມຄັ້ງນີ້ ດໍາເນີນເປັນເວລາ 3 ວັນ ແລະ ອັດລົງໃນວັນທີ 23 ພະຈິກ 2018 ດ້ວຍຜົນສຳເລັດອັນຈົບງາມ.

ຂຽນຂ່າວ ແລະ ຖ່າຍພາບ: ທ່ານ ຄໍາຮຸ່ງ ກຸໂພຄໍາ.