ພະແນກຍຸຕິທຳແຂວງ ຫຼວງນໍ້າທາ ລົງໂຄສະນາເຜີຍແຜ່ກົດໝາຍຢູ່ເມືອງ ສິງ

ວັນທີ 24 ກັນຍາ 2019 ພະແນກຍຸຕິທໍາແຂວງ ຫຼວງນໍ້າທາ ນໍາໂດຍ ທ່ານ ນາງ ມາລີພອນ ນາບຸນແພງ ຮອງຫົວໜ້າພະແນກຍຸຕິທຳແຂວງ ຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກງານຫຼັກແຫຼ່ງຢູ່ເມືອງ ສິງ. ພາຍໃຕ້ການເປັນປະທານຂອງ ທ່ານ ບູນຮ່ວມ ສໍສຸພາບ ຮອງເຈົ້າເມືອງ  ສິງ, ມີພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ແລະ ຫ້ອງການຍຸຕິທໍາເມືອງເຂົ້າຮ່ວມທັງໝົດ 87 ທ່ານ, ຍີງ 25 ທ່ານ.

ກົດໝາຍທີ່ນໍາມາເຜີຍແຜ່ໃນຄັ້ງນີ້: ມີກົດໝາຍວ່າດ້ວຍ ທະບຽນສານ, ກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ຄວາມຮູ້ທົ່ວໄປກ່ຽວກັບ ກົດໝາຍວ່າດ້ວຍ ການສ້າງນິຕິກຳ ຈຸດປະສົງຂອງການລົງເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ທຸກຄົນຮັບຮູ້ ແລະ ເຂົ້າໃຈຕໍ່ກັບກົດໝາຍ ທັງເປັນການສືບຕໍ່ຜັນຂະຫຍາຍມະຕິກອງປະຊູມໃຫຍ່ຄັ້ງທີ X ຂອງພັກ. ການສ້າງຄວາມໝັ້ນຄົງໃຫ້ແກ່ລັດ ປະຊາທິປະໄຕ ປະຊາຊົນ ຕ້ອງດຳເນີນໄປບົນພື້ນຖານ ຍຶດໝັ້ນຫຼັກການທີ່ວ່າ: ພັກນຳພາ ແລະ ກຳອຳນາດຕາມກົດໝາຍ. ມີຄວາມຈຳເປັນພາວະວິໄສຕໍ່ກັບພະນັກງານຫຼັກແຫຼ່ງ ຂອງແຂວງ ແລະ ເມືອງ ຫຼື ພະນັກງານທັງໝົດທີ່ຮັບໃຊ້ພໍ່ແມ່ປະຊາຊົນໃນທ້ອງຖິ່ນຂອງພວກເຮົາ,
ໃນຕອນທ້າຍ ທ່ານ ບູນຮ່ວມ ສໍສຸພາບ ຮອງເຈົ້າເມືອງ ສິງ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ບັນດາພະນັກງານ, ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນໃນການເຄົາລົບກົດໝາຍ ແລະ ທ່ານຍັງໄດ້ສະແດງຄວາມຍ້ອງຍໍຕໍ່ຄະນະພັກຄະນະນຳພາຍໃນເມືອງ ສິງ ທີ່ໄດ້ເອົາໃຈໃສ່ໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ເຮັດໃຫ້ເມືອງ ສິງ ມີສະຖຽນລະພາບທາງດ້ານການເມືອງ ເສດຖະກິດຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊົມເຊີຍບັນດາອ້ອມຂ້າງເມືອງ ທີ່ໄດ້ເອົາໃຈໃສ່ຫັນເອົາກົດໝາຍທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນ ມາເປັນເຄື່ອງມືດັດປັບສາຍພົວພັນສັງຄົມ ແລະ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນເອົາໃຈໃສ່ ແກ້ໄຂປາກົດການຫຍໍ້ທໍ້ຕ່າໆທີ່ເກີດຂຶ້ນພາຍໃນກົມກອງໃຫ້ຫຼຸດໜ້ອຍຖອຍລົງ.

ຂຽນຂ່າວ ແລະ ຖ່າຍພາບ: ນາງ ລັດຕະນາພອນ ນາບຸນແພງ