ພິທີເປີດຊຸດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ຊຸດທີ V ຂອງແຂວງ ຫົວພັນ

     ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານການນຳຂອງແຂວງ ແລະ ເມືອງ ໄດ້ຮັບຮູ້, ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມທັງເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ. ໃນວັນທີ 16 ມັງກອນ 2018 ຜ່ານມານີ້. ພະແນກຍຸຕິທຳແຂວງ  ຫົວພັນ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ຊຸດທີ V ປະຈຳປີ 2018 ຂຶ້ນ, ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງທ່ານ ພູໂຊນ ທຳມະວິໄຊ ຄະນະປະຈຳພັກແຂວງ,  ຮອງເຈົ້າແຂວງໆ ຫົວພັນ, ມີບັນດາຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານຮັບເຊີນ, ບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກອ້ອມຂ້າງແຂວງ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພ້ອມພຽງ.

     ໃນພິທີທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ລາຍງານການກະກຽມກ່ຽວກັບການເປີດຊຸດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ, ຊຶ່ງຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນເລີ່ມເປີດຢ່າງເປັນທາງການໃນວັນທີ 16 ມັງກອນ 2018  ແລະ ຈະປິດລົງໃນວັນທີ 30 ມີນາ 2018. ມີນັກສຳມະນາກອນ ເຂົ້າຝຶກອົບຮົມທັງໝົດ 46 ທ່ານ, ຍິງ 16 ທ່ານ, ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ໃຊ້ເວລາທັງໝົດ 45 ວັນ ຈຶ່ງຈະສຳເລັດ.

 

ພາບ, ຂ່າວໂດຍ:  ພວງເພັດ ເພັດຍາວົງ ພະແນກຍຸຕິທໍາແຂວງຫົວພັນ

ປັບປຸງໂດຍ: ສີປະໄພ.