ພະແນກຍຸຕິທໍາແຂວງ ຫົວພັນ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ

     ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງຫົວພັນ ໄດ້ຈັດພິທີຮັບການຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຄັ້ງທີ 5 ປະຈໍາປີ 2015 ໃນວັນທີ 31 ພຶດສະພາ 2017 ຊຶ່ງໃຫ້ກຽດມອບໃບຢັ້ງຢືນ ໂດຍສະຫາຍ ຄຳສອນ ເທບວົງຊຳ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ. ມີຜູ້ຕາງໜ້າຈາກຄະນະໂຄສະນາອົບຮົມ, ຄະນະຈັດຕັ້ງແຂວງ, ອົງການຈັດຕັ້ງມະຫາຊົນຂອງພະແນກ ແລະ ສະມາຊິກ ພັກເຂົ້າຮ່ວມ.

     ໃນພິທີ ສະຫາຍ ສົມພອນ ອິນຄະວິໄລ ເລຂາໜ່ວຍພັກພະແນກຍຸຕິທໍາແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການກ່ຽວກັນການກໍ່ສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2015 ແລະ ທິດທາງແຜນການປະຈຳປີ 2016 ຊຶ່ງໜ່ວຍພັກພະແນກຍຸຕິທຳ ແຂວງຫົວພັນ   ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບອົງຄະນະພັກແຂວງ. ຕະຫຼອດລະຍະຜ່ານມາ ໜ່ວຍພັກພະແນກຍຸຕິທຳແຂວງຫົວພັນ ໄດ້ສູ້ ຊົນຮັກສາມູນເຊື້ອການເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ໂດຍໄດ້ເອົາໃຈໃສ່ຊີ້ນຳ-ນຳພາດ້ານແນວຄິດການເມືອງໃຫ້ແກ່ສະມາຊິກພັກ-ພະນັກງານພາຍໃນພະແນກ ກຳແໜ້ນມູນເຊື້ອອັນດີງາມຂອງ ພັກ, ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ ພ້ອມທັງຊີ້ນຳ-ນຳພາສະມາຊິກພັກ, ພະນັກງານ-ລັດຖະກອນ ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດ ຊອບຂອງຕົນຢ່າງຮອບດ້ານ ຈົນໄດ້ຮັບຜົນສຳເລັດ ແລະ ມີຜົນງານອັນພົ້ນເດັ່ນເປັນກ້າວໆມາ. ສະນັ້ນ, ໜ່ວຍພັກພະແນກຍຸຕິທຳແຂວງຫົວພັນ ຈຶ່ງໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບ ດ້ານສະໄໝທີ 5 ຕິດຕໍ່ກັນ. 

 ຂຽນຂ່າວ ແລະ ຖ່າຍພາບໂດຍ: ພວງເພັດ ເພັດຍາວົງ

ຜູ້ປະສານງານແຂວງ ຫົວພັນ