ພະແນກຍຸຕິທຳແຂວງຫົວພັນ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ໂຮງຮຽນທະຫານທ້ອງຖິ່ນ

     ​​ໃນວັນ​ທີ 27 ກຸມພາ 2018 ​ຜ່ານມາ ພະ​ແນ​ກຍຸຕິ​ທຳແຂວງ ຫົວພັນ ​ໄດ້ສົບທົບ ກັບ ອົງການໄອຍະການປະຊາຊົນແຂວງ ແລະ ກອງບັນຊາການທະຫານ ແຂວງ ຫົວພັນ ​ໄດ້​ລົງເຄື່ອນໄຫວໂຄສະນາ​ເຜີຍ​ແຜ່​ກົດໝາຍ ໃຫ້ນາຍ ແລະ ພົນທະຫານຢູ່ໂຮງຮຽນທະຫານທ້ອງຖິ່ນ, ​ໂດຍ​ການ​ນຳພາຂອງທ່ານ ນາງ ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິທຳແຂວງຫົວພັນ, ​ມີທ່ານ ພັນໂທ ເອິນທອງ ທອງສີ ອຳນວຍການໂຮງຮຽນທະຫານທ້ອງຖິ່ນ, ຄະນະອຳນວຍການໂຮງຮຽນ, ນັກຮຽນ, ນາຍ ແລະ ພົນທະຫານເຂົ້າ​ຮ່ວມ​ທັງໝົດ ຈຳນວນ 198 ຄົນ,ຍິງ 2 ຄົນ.

 ຈຸດປະສົງ​ຂອງ​ການ​ລົງ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການຈັດຕັ້ງ​ຜັນ​ຂະ ຫຍາຍແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດຖະທຳ​ມະນູນ ​ແລະ ກົດໝາຍຂອງ​ລັດ ​ແລະ ຄຳສັ່ງເລກທີ 38/ນຍ, ລົງວັນທີ 17 ຕຸລາ 2007 ຂອງນາຍົກລັດຖະມົນຕີ ກ່ຽວກັບການເອົາໃຈໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ, ​ຊຶ່ງ​ກົດໝາຍທີ່​ນຳ​ມາ​ໂຄສະນາ​ເຜີຍ​ແຜ່​ໃນ​ຄັ້ງ​ນີ້​ປະກອບ​ມີ ​ກົດໝາຍວ່າ​ດ້ວຍ ຂໍ້ຜູກພັນໃນ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍ ອາຍາ, ກົດໝາຍວ່າດ້ວຍ ພັນທະປ້ອງກັນຊາດ, ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ວຽກງານທະບຽນສານ ແລະ ວຽກງານຂອງອົງການໄອຍະການປະຊາຊົນ ໃຫ້ອ້າຍນ້ອງທະຫານໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນດາກົດໝາຍຕ່າງໆ, ມີສະຕິເຄົາລົບລະບຽບກົດໝາຍຢ່າງເຂັ້ມງວດ.  

     ​​​ການ​ລົງ​ເຄື່ອນ​ໄຫວ​ໃນ​ຄັ້ງ​ນີ້ ທ່ານ ນາງ ພູເຮືອງ ພົມມະວັນ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງຫົວພັນ ກໍ​ໄດ້​ໂອ້​ລົມ​ຕໍ່ຜູ້​ເຂົ້າ​ຮ່ວມ​ໃນ​ພິທີ ຊຶ່ງ​ທ່ານ​ໄດ້​ເນັ້ນໜັກຫຼາຍບັນ​ຫາ ໂດຍ​ສະ​ເພາະ​ແມ່ນ​ການ​ຫັນ​ການ​ຄຸ້ມ​ຄອງ​ ການຊີ້​ນຳ-ບັນຊາ ຖັນ​ແຖວ​ນັກຮົບໃຫ້​​ເຂົ້າ​ສູ່​ກົດໝາຍ​ເທື່ອ​ລະ​ກ້າວ.

      ​ໃນ​ຕອນ​ທ້າຍ ທ່ານ ພັນໂທ ເອິນທອງ ທອງສີ ອຳນວຍການໂຮງຮຽນທະຫານທ້ອງຖິ່ນ​ ກໍ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​​ໃຈ​ຕໍ່ທີມງານ​ ທີ່​ໄດ້​ນຳ​ເອົາ​ກົດໝາຍລົງມາໂຄສະນາໃຫ້ກັບອ້າຍນ້ອງທະຫານໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ບັນດາກົດໝາຍຕ່າງໆ. ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ມັນຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ​ເທື່ອ​ລະ​ກ້າວ.

ຂ່າວ,ພາບ: ພວງ​ເພັດ ​ເພັດ​ຍາ​ວົງ