ກຳມະບານຮາກຖານພະແນກຍຸຕິທຳແຂວງຫົວພັນ ສະຫຼຸບວຽກງານປະຈຳປີ 2019 ແລະ ວາງທິດທາງປະຈຳປີ 2020

ໃນວັນທີ 07 ສິງຫາ 2019 ນີ້. ກຳມະບານຮາກຖານພະແນກຍຸຕິທຳ ແຂວງຫົວພັນ ໄດ້ຈັດກອງປະຊຸມປະເມີນຜົນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2019 ແລະ ວາງທິດທາງປະຈຳປີ 2020 ຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ II ຂອງພະແນກຍຸຕິທຳແຂວງ ໂດຍກຽດເປັນປະທານຮ່ວມຂອງ ສະຫາຍ ສົມພອນ ອິນຄະວິໄລ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ຜູ້ຕາງໜ້າຈາກໜ່ວຍສະຫະພັນແມ່ຍິງ, ໜ່ວຍຊາວໜຸ່ມພະແນກ ແລະ ສະມາຊິກກຳມະບານຮາກຖານແນກຍຸຕິທຳແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຜູ້ເຂົ້າຮ່ວມບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານປະຈຳປີ 2019 ຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ທິດທາງແຜນການປະ ຈຳປີ 2020 ຂອງກຳມະບານຮາກຖານພະແນກຍຸຕິທຳແຂວງ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານ ທ່ີຍາດມາໄດ້ ແລະ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ກຳມະບານຮາກຖານພະແນກຍຸຕິທຳແຂວງເປັນໜ່ວຍຮາກຖານເອກະລາດ, ສາຍຕັ້ງຂື້ນກັບສະຫະພັນກຳມະບານແຂວງໂດຍກົງ. ມີສະມາຊິກທັງ ໝົດ 36 ສະຫາຍ, ຍິງ 12 ສະຫາຍ ໃນໄລຍະ 1 ປີຜ່ານມາໜ່ວຍ ກຳມະບານຮາກຖານພະແນກຍຸຕິທຳໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ສະມາຊິກກຳມະບານ ມີຄວາມຕື່ນຕົວຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງສູນກາງສະຫະພັນກຳມະບານລາວຄັ້ງທີ່ VII ວາງອອກ ເປັນຕົ້ນແມ່ນນຳເອົານິຕິກຳຕ່າງໆທີ່ຕິດພັນກັບສະມາຊິກກຳມະບານມາຈັດຕັ້ງເຜີຍແຜ່ເຊື່ອມຊຶມທັງໝົດ 7 ຄັ້ງ, ມີສະມາຊິກເຂົ້າຮ່ວມທັງໝົດ 238 ຄົນ, ຍິງ 77 ຄົນ. ນອກຈາກນັ້ນ, ຍັງໄດ້ຊຸກຍູ້ສະມາຊິກກຳມະບານ ເພຶ່ອສ້າງລາຍຮັບເຂົ້າສູ່ຄອບຄົວໂດຍສະເພາະ ແມ່ນການປູກ ຝັງ-ລ້ຽງສັດ, ຕ່ຳຫູກທໍໄໝຄ້າຂາຍ ແລະ ການບໍລິການອື່ນໆທີ່ບໍ່ຜິດກົດໝາຍ, ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານສະມາຊິກກຳມະບານ ນັບມື້ຄ່ອຍໆດີຂຶ້ນເທື່ອລະກ້າວ. ໃນກອງປະຊຸມຍັງມີການຄັດເລືອກຜົນງານຂອງສະມາຊິກກຳມະບານໃນ 1 ປີ ຜ່ານມາ ຊຶ່ງສາມາດຄັດເລືອກໄດ້ດັ່ງນີ້: ປະເພດດີເດັ່ນຮອບດ້ານໄດ້ 17 ສະຫາຍ, ປະເພດດີໄດ້ 18 ສະຫາຍ. ສຳລັບໃນແຜນການຕໍ່ໜ້າໜ່ວຍກຳມະບານຮາກຖານພະແນກຍຸຕິທຳ ແຂວງຫົວພັນແມ່ນຈະສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດ, ສິດໜ້າທີ່ ຂອງກຳມະບານ ແລະ ຈະປະຕິບັດຕາມເນື້ອໃນ ມາດຖານ 5 ເປັນເຈົ້າແຕ່ລະມາດຖານໃຫ້ໄດ້ 96% ຂຶ້ນໄປ ແລະ ສືບຕໍ່ເອົາໃຈໃສ່ຊຸກຍູ້ ສະມາຊິກກຳມະບານ ສ້າງເສດຖະກິດຄອບຄົວ ຕາມເງື່ອນໄຂຕົວຈິງ ຂອງໃຜລາວໂດຍໃຫ້ສອດຄ່ອງກັບແນວທາງຂອງພັກ, ກົດໝາຍຂອງລັດ ເພື່ອເຮັດໃຫ້ສະມາຊິກ ມີຊີວິດການເປັນຢູ່ທີດີຂຶ້ນ.

ໃນຕອນທ້າຍຂອງກອງປະຊຸມກໍຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ສົມພອນ ອິນຄະວິໄລ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ຊຶ່ງກ່ອນອຶ່ນໝົດສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານຂອງແຕ່ລະສະຫາຍສະມາຊິກກຳມະບານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ ນຳເປັນຕົ້ນແມ່ນ ຕ້ອງເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກ, ເພີ່ມທະວີຕິດພັນ ແລະ ມີສ່ວນຮ່ວມນຳໜູ່ຄະນະ ເພື່ອເປັນການຍົກສູງທາງດ້ານຄວາມຮູ້ ຄວາມສາມາດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ດີຂຶ້ນ ປະຕິບັດກົດໝາຍວ່າດ້ວຍ ລັດຖະກອນໃຫ້ເຂັ້ມງວດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ນໜັກແໜ້ນຂຶ້ນເລື້ອຍໆ.

ໂດຍ: ພວງເພັດ ເພັດຍາວົງ