ໜ່ວຍພັກພະແນກຍຸຕິທຳແຂວງ ຫົວພັນ ຈັດພິທີມອບບັດສະມາຊິກພັກສົມບູນ ຊຸດທີ II

ໃນ​ວັນ​ທີ 16  ທັນວາ 2015 ນີ້, ຢູ່ທ່ີ​ຫ້ອງ​ປະຊຸມ​ຊັ້ນ II ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ ຫົວ​ພັນ, ໄດ້​ຈັດ​ພິທີ​ມອບ​ບັດ​ສະມາຊິກ​ພັກ​ສົມບູນ​ໃຫ້ແກ່​ສະ​ຊິກ​ພັກ​ພະ​ແນ​ກຍຸຕິ​ທຳແຂວງ ໂດຍ​ເປັນກຽດ​ເຂົ້າຮ່ວມຂອງ ​ສະຫາຍ ນາງ ​ແພງ ກັນຍາ​ພິມ ຮອງ​ເລຂາ​ພັກ​ແຂວງ, ​ເຈົ້າເມືອງໆ​ຊຳ​ເໜືອ; ສະຫາຍ​ ສົມ​ພອນ ອິນ​ຄະ​ວິ​ໄລ ເລຂາ​ໜ່ວຍ​ພັກ, ຮອງຫົວໜ້າ​ພະ​ແນກຍຸຕິ​ທຳ​ແຂວງ;  ມີ​ຜູ່​ຕາງໜ້າ​ມາ​ຈາກ​ຄະນະກວດກາ​ພັກ​-ລັດ​ແຂວງ, ຄະ​ນະ​ຈັດຕັ້ງ​ແຂວງ ​ແລະ ສະມາຊິກ​ພັກ​ທັງ​ໝົດເຂົ້າຮ່ວມ 15 ສະຫາຍ, ຍິງ 4 ສະຫາຍ.

ໃນພິທີ​ດັ່ງກ່າວ ​ສະຫາຍ ວຽງທອງ ​ແພງ​ມະນີ ຮ​ອງເລຂາ​ໜ່ວຍພັກ, ຫົວໜ້າຫ້ອງການ​ຄຸ້ມ​ຄອງ​ຍຸຕິ​ທຳ​ຮາກ​ຖານ ​ໄດ້​ຂຶ້ນຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ແຂ​ວງ ສະບັບ​ເລກທີ 165/ຄປຈຂ ​ແລະ ສະບັບ​ເລກ​ທີ 373/ຄປຈຂ ວ່າ​ດ້ວຍ​ ການ​ອອກ​ບັດ ​ແລະ ມອບ​ບັດ​ໃຫ້​ສະມາຊິກ​ພັກ​ສົມບູນ, ​ຊຶ່ງມີ​ສະມາຊິກ​ພັກ​ໄດ້ຮັບບັດ​ທັງ​ໝົດ 4 ສະຫາຍ, ຍິງ 1 ສະຫາຍ, ​ໃນ​ການ​ມອບ​ບັດ​ສະມາຊິກ​ພັກ​ສົມບູນ​ຄັ້ງນີ້ ​ເປັນກຽດຂຶ້ນມອບ​ບັດ​ໂດຍ ສະຫາຍ ນາງ ​ແພງ ກັນຍາ​ພິມ ຮອງ​ເລຂາ​ພັກ​​ແຂວງ, ​ເຈົ້າ​ເມືອງໆຊຳ​ເໜືອ. ການ​ມອບ​ບັດ​ສະມາຊິກ​ພັກ​ສົມບູນ ກໍເພື່ອ​ເປັນ​ການ​ຢັ້ງຢືນ​ເຖິງ​ຖານະ​ຂອງ​ສະມາຊິກ​ພັກ​ສົມບູນ​ທີ່​ມີ​ມາດຖານ​ຄົບ​ຖ້ວນ, ​ເປັນ​ຜູ່​ທີ່​ເຮັດຫຼ້ອນໜ້າ​ທີ່, ມີ​ຄຸນງາມຄວາມດີ, ມີ​ຄວາມ​ບໍລິສຸດ​ສັດ​ຊື່​ຕໍ່ຊາດ ຕໍ່ປະຊາຊົນ ແລະ ຈົງຮັກພັກດີ​ຕໍ່ອຸດົມ​ການ​ຂອງ​ພັກ, ​ເປັນ​ແບບຢ່າງ​ທີ່​ດີ, ​ເຄົາລົບ ​ແລະ ປະຕິບັດ​ກົດ​ລະບຽບຂອງ​ພ​ັກ, ກົດໝາຍ ຂອງ​ລັດ.

​ໃນ​ຕອນ​ທ້າຍຂອງ​ພິທີ ສະຫາຍ ນາງ​ ແພງ ກັນຍາ​ພິມ ຮອງ​ເລຂາ​ພັກ​ແຂວງ, ​ເຈົ້າ​ເມືອງໆຊຳ​ເໜືອ ​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ສະມາຊິກ​ພາຍ​ໃນໜ່ວຍ​ພັກ​ພະ​ແນ​ກຍຸຕິ​ທຳ​ແຂວງ, ຊຶ່ງສະຫາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍຊົມ​ເຊີຍ​ຕໍ່ກັບ​ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະມາຊິກ​ພັກ​ທຸກ​ສະຫາຍ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ ບໍ່​ໃຫ້​ບັດ​ຕົກ​ເຮ່ຍ​ເສັຍ​ຫາຍ, ມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກງານ ແລະ ສືບຕໍ່ຮັກສາ​ມູນ​ເຊື້ອຄວາມ​ສາມັກຄີ, ຄວາມບຸກໜ້າ​ບືນ​ຕົວ​​ໃນວຽກງານ​ວິຊາ​ສະ​ເພາະໃຫ້​ສຳ​​ເລັດ​ຜົນ. ສະມາຊິກ​ທຸກ​ສະຫາຍຕ້ອງ​ມີ​ຄວາມ​ສາມັກຄີ​ກັນ​, ມີຄວາມ​ຈິງ​ໃຈ​​ໃຫ້​ກັນ ເອົາ​ການ​ຕຳ​ນິສົ່ງ​ຂ່າວກໍ່ສ້າງ​ເຊິ່ງກັນ ແລະ ກັນ ພ້ອມ​ກັນ​ກ້າວໜ້າ. ພ້ອມ​ກັນ​ເປັນ​ເຈົ້າ​ການເປັນ​ເຈົ້າການ​ໃນ​ການ​ປະກອບສ່ວນ​ເຂົ້າ​ວຽກ​ງານ​ວິຊາ​ສະ​ເພາະ​ໃຫ້​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ສະມາ​ພັກ​ ​ແລະ ມະຫາຊົນ.

ປະເພດຂ່າວ: